leftcenterrightdel
ຈອມພົນ Min Aung Hlaing. ພາບ: Nikkei.

ກ່າວຄໍາເຫັນໃນຊ່ອງໂທລະພາບ ໃນໂອກາດຄົບຮອບ 6 ເດືອນທີ່ສະພາບການເມືອງຢູ່ມຽນມາ ຕົກເຂົ້າສູ່ສະພາບຈົນຕາແຈ, ຈອມພົນ Hlaing ຖະແຫຼງວ່າ: “ມຽນມາ ພ້ອມແລ້ວທີ່ຈະຮ່ວມມືກັບອາຊຽນໃນຂອບເຂດອາຊຽນ, ລວມມີການເຈລະຈາກັບທູດພິເສດຂອງອາຊຽນ ຢູ່ມຽນມາ”.

ຕາມແຜນການແລ້ວ, ທີ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM) ຄັ້ງທີ 54 ທີ່ໄຂຂຶ້ນໃນວັນທີ 2 ສິງຫາ, ບັນດາລັດຖະມົນຕີ ຈະປຶກສາຫາລືກ່ຽວກັບການປະຕິບັດຄວາມເຫັນດີເຫັນພ້ອມ 5 ຂໍ້ ເຊິ່ງການນໍາບັນດາປະເທດສະມາຊິກບັນລຸໄດ້ໃນທ້າຍເດືອນເມສາ ທີ່ຜ່ານມາ ເພື່ອແນໃສ່ແກ້ໄຂວິກິດການຢູ່ມຽນມາ.

ໂດຍ: ໄຊຊະນະ