leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ອົງການ​ຈັດ​ຕັ້ງທ້ອງ​ຖິ່ນອາ​ຟະ​ກາ​ນິດ​ສະຖານ ລາຍ​ງານ​ວ່າ: ​ວັນ​ທີ 29 ກໍລະກົດ, ​ເກີດ​ເຫດ​ນໍ້າ​ຖ້ວມຢ່າງ​ຮຸນ​ແຮງໃນ​ພາກ​ພື້ນຕາ​ເວັນ​ອອກສຽງເໜືອ, ​ນະຄອນຫຼວງກາ​ບູນຂອງ​ ອາ​ຟະ​ກາ​ນິດ​ສະຖານ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 40 ຄົນ ​ແລະສູນຫາຍ 150 ຄົນ. ຂະນະ​ນີ້ໜ່ວຍ​ກູ້​ໄພພວມ​ເລັ່ງໃຫ້ການ​ຊ່ວຍ​ເຫຼືອຄົ້ນ​ຫາ​ຜູ້​ສູນຫາຍ​ດັ່ງກ່າວຫຼັງ​ຈາກ​ຝົນຕົກໜັກນໍ້າ​ຖ້ວມຫຼາຍ​ຈຸດ​ໃນ​ເມືອງ Kamdesh ຢູ່​ແຂວງ Nuristan ຫ່າງ​ຈາກ​ນະຄອນຫຼວງກາ​ບູນ ປະມານ 200 ກິ​ໂລ​ແມັດ ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ປະ​ເທດ. ນອກ​ນີ້ ​ເຮືອນ​ຊານ 80 ກວ່າ​ຫຼັງຄາໄດ້​ຮັບ​ຄວາມເສຍ​ຫາຍ ​ແລະເສດຖະກິດ​ເສຍ​ຫາຍ​ເປັນ​ວົງ​ກວ້າງ.

ເນື້ອໃນ: ຂປລ