ທ່ານ Alberto Anaya Gutiérrez ເລຂາທິການໃຫຍ່ພັກແຮງງານເມັກຊິກໂກ ໃຫ້ຂໍ້ສັງເກດວ່າ ບົດຂຽນ “ບາງບັນຫາທິດສະດີ ແລະພຶດຕິກໍາຕົວຈິງກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ” ຂອງທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະແດງໃຫ້ເຫັນວ່າ ການເລືອກເຟັ້ນເສັ້ນທາງກໍ່ສ້າງລັດທິສັງຄົມນິຍົມແມ່ນຄວາມຕັດສິນໃຈທີ່ຖືກຕ້ອງຂອງພັກກອມມູນິດຫວຽດນາມ, ເໝາະສົມກັບພຶດຕິກຳຕົວຈິງຢູ່ຫວຽດນາມ. ປະຈຸບັນ, ເມື່ອເວົ້າເຖິງຫວຽດນາມ ບໍ່ພຽງແຕ່ເວົ້າເຖິງແບບຢ່າງຮັກຊາດ, ມູນເຊື້ອຕໍ່ສູ້ຕ້ານການຮຸກຮານຈາກພາຍນອກເພື່ອຍາດເອົາເອກະລາດ ແລະອິດສະຫຼະພາບເທົ່ານັ້ນ, ຫາກຕ້ອງເວົ້າເຖິງບັນດາຜົນສໍາເລັດຂອງຫວຽດນາມ ບົນເສັ້ນທາງສ້າງສາ ແລະພັດທະນາປະເທດຊາດດ້ວຍບົດບາດ ແລະຖານະບົດບາດນັບມື້ນັບສູງໃນເວທີສາກົນ.

leftcenterrightdel
ທ່ານ Alberto Anaya Gutiérrez ເລຂາທິການໃຫຍ່ພັກແຮງງານເມັກຊິກໂກ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Alberto Anaya Gutiérrez ໃຫ້ຂໍ້ສັງເກດວ່າ ບັນດາບົດຮຽນກ່ຽວກັບເສດຖະກິດ-ສັງຄົມທຸກດ້ານ, ບັນດາຄວາມກ້າວໜ້າກະໂດດຂັ້ນຂອງວິທະຍາສາດເຕັກໂນໂລຢີ, ຖານະບົດບາດອັນໝັ້ນຄົງເຂັ້ມແຂງຂອງປະເທດຊາດຢູ່ເວທີສາກົນໃນປະຈຸບັນນີ້ແມ່ນປະຖົມປັດໄຈໃຫ້ຄວາມໄວ້ເນື້ອເຊື່ອໃຈກ່ຽວກັບບັນດາໄຊຊະນະໃໝ່ຂອງຫວຽດນາມ ໃນຊຸມທົດສະວັດຈະມາເຖິງ. ທ່ານ Alberto Anaya Gutiérrez ສະແດງຄວາມເຊື່ອໝັ້ນວ່າ ບັນດາຜົນງານທີ່ຫວຽດນາມ ບັນລຸໄດ້, ພ້ອມກັບບັນດາຂໍ້ລິເລີ່ມໃນພຶດຕິກຳຕົວຈິງ ແລະທິດສະດີເຊິ່ງພັກກອມມູນິດຫວຽດນາມ ໄດ້ວາງອອກແມ່ນພື້ນຖານໝັ້ນຄົງເພື່ອຮັບປະກັນໃຫ້ຫວຽດນາມ ໄດ້ຮັບໄຊຊະນະໃໝ່ໃນພາລະກິດກໍ່ສ້າງລັດທິສັງຄົມນິຍົມ.

ໂດຍ: ຈາງຫງວຽນ