ລະອຽດ, ຕາມກອງທຶນເງິນຕາສາກົນແລ້ວ, ພື້ນຖານເສດຖະກິດອັນດັບໜຶ່ງໃນໂລກແມ່ນອາເມລິກາ ໄດ້ຮັບການຄາດຄະເນວ່າ ຈະມີການເຕີບໂຕສູງກວ່າໝູ່ປະມານ 7% ຍ້ອນໄດ້ຜັນຂະຫຍາຍບ້ວງເງິນກະຕຸ້ນເສດຖະກິດຂະໜາດໃຫຍ່ ແລະມີອັດຕາຜູ້ສັກວັກຊິນກັນໂຄວິດ-19 ສູງ.

leftcenterrightdel
ຕະຫຼາດ Chennai, ອິນເດຍ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂະນະນັ້ນ, ກອງທຶນເງິນຕາສາກົນໄດ້ຫຼຸດລະດັບການຄາດຄະເນອັດຕາການເຕີບໂຕເສດຖະກິດຂອງອິນເດຍ ລົງເຫຼືອພຽງ 9,5% ໃນສະພາບທີ່ປະເທດນີ້ມີຈຳນວນຜູ້ຕິດເຊື້ອໂຄວິດ-19 ຍັງຢູ່ໃນລະດັບສູງ. ສ່ວນເສດຖະກິດຂອງຈີນ ໄດ້ຮັບການຄາດຄະເນວ່າມີການເຕີບໂຕກວ່າ 8%.

ຢູ່ເອີຣົບ, IMF ໄດ້ຍົກລະດັບການຄາດຄະເນອັດຕາການເຕີບໂຕເສດຖະກິດໃນປີ 2021 ຂອງອັງກິດ ເພີ່ມຂຶ້ນເປັນລະດັບ 7%. ຢູ່ອາເມລິກາລາຕິນ, ເມັກຊີໂກ ໄດ້ຮັບການຄາດຄະເນວ່າຈະມີການເຕີບໂຕສູງກວ່າ, ຍ້ອນໄດ້ຮັບການໜູນຊ່ວຍທີ່ຕັ້ງໜ້າຈາກພື້ນຖານເສດຖະກິດອາເມລິກາ, ໃນຂະນະທີ່ການເຕີບໂຕຂອງ ບຣາຊິນ ກໍໄດ້ຮັບການກະຕຸກຊຸກຍູ້ໃນສະພາບການທີ່ລາຄາສິນຄ້າເພີ່ມຂຶ້ນ.

ແຫຼ່ງຄັດຈາກ: vovworld.vn