leftcenterrightdel
(ພາບປະກອບຈາກອິນເຕີແນັດ)

ແຈ້ງການອອກວັນທີ 18 ມິຖຸນາ ຂອງກະຊວງການຕ່າງປະເທດລັດເຊຍ ຊີ້ແຈ້ງວ່າ: ລັດເຊຍ ໄດ້ແຈ້ງໃຫ້ທຸກປະເທດສະມາຊິກຊາບກ່ຽວກັບຂໍ້ຕົກລົງຖອນຕົວອອກຈາກສັນຍາທ້ອງຟ້າເປີດ ພາຍຫຼັງ 6 ເດືອນທີ່ປະກາດແຈ້ງການ. ສະນັ້ນ, ລັດເຊຍ ຈະຖອນອອກຈາກສັນຍາດັ່ງກ່າວນັບແຕ່ວັນທີ 18 ທັນວາ ຢ່າງສິ້ນເຊີງ. ກ່ອນໜ້ານັ້ນ, ວັນທີ 7 ມິຖຸນາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ເຊັນປະກາດໃຊ້ກົດໝາຍວ່າດ້ວຍການຖອນຕົວອອກຈາກສັນຍາທ້ອງຟ້າເປີດ ເຊິ່ງໄດ້ລົງນາມຢູ່ນະຄອນ Helsinki, ປະເທດ ແຟງລັງ ເມື່ອວັນທີ 24 ມີນາ 1992. ສະພາຕ່ຳ ແລະ ສະພາສູງລັດເຊຍ ໄດ້ຮັບຮອງເອົາກົດໝາຍສະບັບນີ້ໃນວັນທີ 19 ພຶດສະພາ ແລະ ວັນທີ 02 ມິຖຸນາ ຜ່ານມາຕາມລຳດັບ.

ກ່ຽວກັບຝ່າຍອາເມລິກາ, ເດືອນພຶດສະພາ 2020, ວໍຊິງຕັນ ໄດ້ເລີ່ມວິວັດທະນາການຖອນຕົວອອກຈາກສັນຍາດັ່ງກ່າວ ແລະ ສຳເລັດໃນວັນທີ 22 ພະຈິກ 2020.

ແຫຼ່ງຄັດຈາກ: vovworld.vn