leftcenterrightdel
ທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ. 

ວັນທີ 18 ມິຖຸນາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ແຕ່ງຕັ້ງທ່ານ Antonio Guterres ເປັນເລຂາທິການໃຫຍ່ສະຫະປະຊາຊາດອາຍຸການ 5 ປີເລີ່ມແຕ່ວັນທີ 01 ມັງກອນ 2022 ຫາວັນທີ 31 ມັງກອນ 2026. ນີ້ແມ່ນອາຍຸການທີ 2 ຢ່າງລຽນຕິດທີ່ທ່ານ Antonio Guterres ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ສະຫະປະຊາຊາດ. ກ່າວຄຳເຫັນສາບານຕົວຮັບດຳລົງຕຳແໜ່ງ, ທ່ານ Guterres ໃຫ້ຄຳໝັ້ນສັນຍາຈະສືບຕໍ່ມານະພະຍາຍາມໃນຄວາມສາມາດ ເພື່ອປະກອນສ່ວນສ້າງບາດກ້າວບຸກທະລຸ ແລະຕັ້ງໜ້າໃຫ້ແກ່ວຽກງານຂອງສະຫະປະຊາຊາດ, ໃນນັ້ນ, ໃຫ້ບຸລິມະສິດຊຸກຍູ້ການຍົກສູງປະສິດທິຜົນການເຄື່ອນໄຫວຂອງອົງການນີ້ໃນສະພາບເກີດໂລກລະບາດໂຄວິດ-19, ມານະພະຍາຍາມເພື່ອພ້ອມກັນແກ້ໄຂບັນດາບັນຫາລວມຂອງສະຫະປະຊາຊາດກ່ຽວກັບການພັດທະນາ, ຄຸ້ມຄອງ, ກໍ່ຄືສັນຕິພາບ ແລະຄວາມໝັ້ນຄົງ. ທ່ານກໍ່ເນັ້ນໜັກວ່າ ຄວນສືບຕໍ່ຮັກສາລັກສະນະປະສິດທິຜົນຂອງກົດບັດສະຫະປະຊາຊາດ, ເພີ່ມທະວີບົດບາດຂອງລັດທິຫຼາຍຝ່າຍ ແລະ ປະຕິບັດຖະແຫຼງການໂລກກ່ຽວກັບສິດທິມະນຸດຢ່າງມີປະສິດທິຜົນ.

ແຫຼ່ງຄັດຈາກ: vovworld.vn