leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ໃນຖະແຫຼງການສະບັບໜຶ່ງ, ທ່ານ valdis Dombrovskis ກຳມະການດ້ານການຄ້າອີຢູ ແລະທ່ານນາງ Katherine Tai ຜູ້ຕາງໜ້າອົງການການຄ້າອາເມລິກາ ໄດ້ປະກາດເລີ່ມດຳເນີນບັນດາການເຈລະຈາ ເພື່ອແນໃສ່ແກ້ໄຂສະພາບການແຫຼ່ງສະໜອງເຫຼັກກ້າເກີນເຫຼືອໃນທົ່ວໂລກ ກໍ່ຄືບົດບາດທີ່ຍິ່ງໃຫຍ່ເກີນໄປຂອງຈີນ ໃນບັນຫານີ້. ເອີລົບ ກໍ່ຈະໂຈະແຜນການເພີ່ມພາສີສຳລັບບັນດາສິນຄ້ານຳເຂົ້າຈາກອາເມລິກາ ໂດຍຊົ່ວຄາວ, ຕາມການຄາດຄະເນເບື້ອງຕົ້ນ ແລະແມ່ນຈະເພີ່ມພາສີນັບແຕ່ວັນທີ 1 ມິຖຸນາເປັນຕົ້ນໄປ. ຖະແຫຼງການຂອງບັນດາເຈົ້າໜ້າທີ່ອົງການການຄ້າເອີລົບ ແລະອາເມລິກາ ກໍ່ເນັ້ນໜັກວ່າສອງຝ່າຍໄດ້ເຫັນດີເປັນເອກະພາບຫຼີກລ້ຽງເລື່ອງບັນດາການປ່ຽນແປງໃນບັນຫານີ້ທີ່ອາດຈະກໍ່ຜົນກະທົບຢ່າງຫຍໍ້ທໍ້ເຖິງການພົວພັນທາງການຄ້າສອງຝ່າຍ.

ແຫຼ່ງຄັດຈາກ: vovworld.vn