ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 18 ພຶດສະພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດກວ່າ 164,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 3,4 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດຫຼາຍກ່ວາ 600.000 ຄົນ, ໃນຈຳນວນຜູ້ຕິດເຊື້ອສະສົມທັງໝົດກວ່າ 33,7 ລ້ານຄົນ, ຖັດຈາກນັ້ນແມ່ນ ອິນເດຍ ແລະບຣາຊິນ.

ແຫຼ່ງຄັດຈາກ: vovworld.vn