ນີ້ແມ່ນບ້ວງເງິນຊ່ວຍເຫຼືອລ້າດ່ວນຂອງລັດຖະບານຍີ່ປຸ່ນ ເພື່ອແນໃສ່ຊ່ວຍອິນເດຍ ຮັບມືກັບການແຜ່ລາມໂດຍໄວຂອງໂລກລະບາດໂຄວິດ-19 ແລະຊ່ວຍໃຫ້ມຽນມາ ແກ້ໄຂສະພາບການຂາດແຄນສະບຽງອາຫານຍ້ອນຜົນກະທົບຈາກສະພາບການຂາດສະຖຽນລະພາບດ້ານການເມືອງ. ໃນຈຳນວນເງິນດັ່ງກ່າວ, ອິນເດຍ ຈະໄດ້ຮັບເງິນເປັນຈຳນວນ 18,5 ລ້ານໂດລາສະຫະລັດ, ສ່ວນຍັງເຫຼືອແມ່ນ 4 ລ້ານໂດລາສະຫະລັດ ຈະສະໜອງໃຫ້ມຽນມາ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ກ່ອນໜ້ານັ້ນ, ໃນວັນທີ 5 ພຶດສະພາ, ທີ່ການແລກປ່ຽນກັບທ່ານ Subrahmanyam Jaishankar ລັດຖະມົນຕີກະຊວງການຕ່າງປະເທດອິນເດຍ, ທ່ານ Toshimitsu Motegi ໄດ້ຢັ້ງຢືນວ່າ ປະເທດນີ້ພ້ອມແລ້ວທີ່ຈະສະໜອງບ້ວງເງິນຊ່ວຍເຫຼືອລ້າທີ່ຂຶ້ນເຖິງ 50 ລ້ານໂດລາສະຫະລັດ ເພື່ອຊ່ວຍເຫຼືອອິນເດຍ ຮັບມືກັບໂລກລະບາດໂຄວິດ-19.

ແຫຼ່ງຄັດຈາກ: vovworld.vn