ດັ່ງນັ້ນ, ປັດຈຸບັນຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 3.854 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.657 ຄົນ ແລະ 35 ຄົນເສຍຊີວິດ. ກ່ຽວຂ້ອງເຖິງການສັກວັກຊິນກັນໂຄວິດ-19, ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ-19 ປະມານ 960.000 ຄົນ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldomerter.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີຂອງວັນທີ 15 ພຶດສະພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 162,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 3,37 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 33 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 599.000 ຄົນ. ຖັດຈາກນັ້ນແມ່ນອິນເດຍ ແລະບຣາຊິນ.

ແຫຼ່ງຄັດຈາກ: vovworld.vn