leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ຕາມແຫຼ່ງຂ່າວສິງກະ​ໂປ, ວັນທີ 14 ພຶດສະພາ, ສິງກະ​ໂປ ປະກາດ​ໃຊ້​ມາດ​ຕະການເພື່ອ​ຄວບ​ຄຸມການ​ລວມ​ຕົວ​ຂອງ​ປະຊາຊົນ ​ແລະກິດຈະກຳ​ໃນ​ສາທາລະນະ ຊຶ່ງ​ເປັນ​ການ​​ເຂັ້ມ​ງວດ​ຫລາຍ​ທີ່​ສຸດນັບ​ຕັ້ງ​ແຕ່ຫລຸດຜ່ອນມາດ​ຕະການລອກ​ດາວເມື່ອ​ປີ​ກາຍນີ້, ​ໃນ​ຂະນະ​ທີ່ພົບ​ຍອດຈຳນວນຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ພາຍ​ໃນປະ​ເທດເພີ່ມ​ສູງ​ຂຶ້ນຈາກ​ການ​ແຜ່​ລະບາດ​ເປັນ​ກຸ່ມ​ກ້ອນ​ໃນ​ໄລຍະບໍ່​ເທົ່າ​ໃດ​ອາທິດຜ່ານ​ມາ. ກະຊວງສາທາລະນະ​ສຸກສິງກະ​ໂປ ປະກາດ​ວ່າ: ​ຕ້ອງໃຊ້​ມາດ​ຕະການ​ຄັ້ງ​​ໃໝ່ລວມ​ເຖິງ​ຄຳ​ສັ່ງຈຳກັດ​ການ​ຮ່ວມ​ຕ​ົວຂອງປະຊາຊົນບໍ່​ໃຫ້ເກີນ 2 ຄົນ ​ແລະຫ້າມ​ນັ່ງຮັບ​ປະທານອາຫານໃນ​ຮ້ານ ໂດຍ​ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ນັບແຕ່ວັນ​ທີ 16 ພຶດ​ສະພາ​ນີ້​ ໄປ​ຈົນ​ເຖິງ​ກາງ​ເດືອນມິຖຸນາ. ນອກຈາກ​ນີ້, ມາດ​ຕະການ​ດັ່ງກ່າວຈະ​ເຮັດ​ໃຫ້ປະຊາຊົນ​ຕ້ອງ​ເຮັດ​ວຽກ​ຢູ່​ບ້ານ ​ແລະທາງ​ການ ​ສິງກະ​ໂປ ຈະ​ທົບ​ທວນ​ການ​ໃຊ້​ມາດ​ຕະການ​ຕ່າງໆໃນ​ອີກ 2 ອາທິດ ​ແລະອື່ນໆ. 

ເນື້ອໃນ: ຂປລ