leftcenterrightdel
ພາບ: USEU.usmission.gov/ສໍານັກຂ່າວສານຫວຽດນາມ

ວັນທີ 13 ພຶດສະພາ, ທ່ານນາງ Katherine Tai ຜູ້ຕາງໜ້າທາງການຄ້າ ອາເມລິກາ ຖືວ່າ ອາເມລິກາ ແລະ ສະຫະພາບ ເອີລົບ (EU) ມີຄວາມເປັນໄປໄດ້ໃນການແກ້ໄຂບັນດາຄວາມຂັດແຍ້ງກັນລະຫວ່າງສອງຝ່າຍ ຊຶ່ງກ່ຽວຂ້ອງເຖິງການອຸດໜູນໃຫ້ແກ່ບັນດານັກຜະລິດເຮືອບິນ Boeing ແລະ Airbus ກໍ່ຄືພາສີ ອາລູມີນຽມ ແລະ ເຫຼັກກ້າ.

ກ່າວຄຳເຫັນທີ່ການອະພິປາຍ ຕໍ່ໜ້າຄະນະກຳມະການການເງິນ ແລະ ພາສີ ສະພາຕ່ຳ ອາເມລິກາ, ກ່ຽວກັບນະໂຍບາຍດ້ານການຄ້າຂອງອຳນາດການປົກຄອງ ປະທານາທິບໍດີ Joe Biden, ທ່ານນາງ Tai ເວົ້າວ່າ: ພວກຂ້າພະເຈົ້າກໍ່ພວມມານະພະຍາຍາມແກ້ໄຂຄວາມຂັດແຍ້ງກັນທີ່ພວມເກີດຂຶ້ນລະຫວ່າງ Boeing ແລະ Airbus ແລະ ແກ້ໄຂບັນຫາຢ່າງແທ້ຈິງກ່ຽວກັບສະພາບການສະມັດຕະພາບເກີນເຫຼືອໃນຂົງເຂດອາລູມີນຽມ ແລະເຫຼັກກ້າ… ວິທີການສຳລັບທັງສອງຝ່າຍລ້ວນແຕ່ສາມາດແກ້ໄຂໄດ້ຢ່າງງ່າຍດາຍ”. ນອກຈາກນັ້ນ, ຕາມທ່ານນາງ Tai ແລ້ວ, ອຳນາດການປົກຄອງ ປະທານາທິບໍດີ Joe Biden ຈະເຮັດວຽກກັບອົງການການຄ້າໂລກ (WTO) ແລະບັນດາປະເທດທີ່ມີຈຸດມຸ່ງໝາຍດຽວກັນ ເພື່ອຊຸກຍູ້ການປະຕິຮູບບັນດາຂໍ້ກຳນົດ ແລະລະບຽບການຂອງອົງການນີ້.

ແຫຼ່ງຄັດຈາກ: vovworld.vn