leftcenterrightdel
ຜູ້ແຫ່ຂະບວນປະທ້ວງຊາວປາແລັດສະຕິນ ແກວ່ງຫີນໃສ່ກຳລັງປ້ອງກັນຄວາມສະຫງົບອິດສະຣາແອັນ. ພາບ: ສໍານັກຂ່າວສານຫວຽດນາມ.

ວັນທີ 12 ພຶດສະພາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະຄູ່ຕຳແໜ່ງຕວັກກີ Reccep Tayyip Erdogan ໄດ້ຮຽກຮ້ອງໃຫ້ຫຼຸດຜ່ອນບັນດາການເຄື່ອນໄຫວໃຊ້ຄວາມຮຸນແຮງທີ່ນອງເລືອດລະຫວ່າງອິດສະຣາແອັນ ແລະຊາວປາແລັດສະຕິນ. ທ່ານປະທານາທິບໍດີ Erdogan ຮຽກຮ້ອງໃຫ້ຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນໄປຍັງເຂດເກີດການປະທະກັນໃນປັດຈຸບັນເພື່ອປົກປ້ອງຊາວປາແລັດສະຕິນ. ໃນວັນດຽວກັນ, ທ່ານປະທານສະພາເອີຣົບ Charles Michel ກໍໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການດັ່ງກ່າວ ແລະຮຽກຮ້ອງໃຫ້ອິດສະຣາແອັນ ແລະປາແລັດສະຕິນ ຈົ່ງຢຸດຕິສົງຄາມ ແລະຫຼີກລ້ຽງການກໍ່ຄວາມລົ້ມຫາຍຕາຍຈາກໃຫ້ແກ່ສາມັນຊົນເຊັ່ນດຽວກັນ.

ແຫຼ່ງຄັດຈາກ: vovworld.vn