leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ຕາມ​ຂ່າວ​ຈາກເຈ​ນີວາ, ວັນ​ທີ 12 ​ພຶດສະພາ, ອົງການອະນາ​ໄມ​ໂລກ​ ​ເປີດ​ເຜີຍ​ວ່າ: ​ເຊື້ອ​ພະຍາດ​ໂຄ​ວິດ-19 ສາຍ​ພັນ​ B.1.617 ທີ່​ພົບ​ການລະບາດ​ຄັ້ງທຳ​ອິດ​ໃນອິນ​ເດຍ ​ພວມ​ແຜ່​ລະບາດ​ໃນ 44 ​ປະ​ເທດຈາກ 6 ພາກ​ພື້ນຂອງອົງການ​ອະນາ​ໄມ​ໂລກໃນ​ລະບົບ​ຖານ​ຂໍ້​ມູນ​ແບບ​ເປີດຈີ​ໂນ​ມ (GISAID) ຂະນະ​ທີ່ອັງກິດ ​ເປັນ​ປະ​ເທດ​ທີ່​ມີ​ຍອດ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ສາຍ​ພັນ​ນີ້ຫລາຍ​ທີ່​ສຸດຮອງ​ຈາກອິນ​ເດຍ. ​ໃນ​ຮອບ 24 ​ຊົ່ວ​ໂມງຜ່ານ​ມາ ອິນ​ເດຍ ມີ​ຜູ້​ເສຍ​ຊີວິດຫລາຍ​ທີ່​ສຸດ​ໃນ​ປະຫວັດສາດ 4.205 ຄົນເຮັດ​ໃຫ້ຍອດ​ຜູ້​ເສຍ​ຊີວິດສະ​ສົມ 254.197 ຄົນ ​ແລະຕິດ​ເຊື້ອ​ສະ​ສົມ 23 ລ້ານ​ກວ່າ​ຄົນ.

ເນື້ອໃນ: ຂປລ