ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະໃນໂລກ
ຕາມກະຊວງສາທາລະນະສຸກຫວຽດນາມ ແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 18 ເມສາ ຫາເວລາ 6 ໂມງຂອງວັນທີ 19 ເມສາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 1 ຄົນ. ດັ່ງນັ້ນ, ປັດຈຸບັນຫວຽດນາມ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດແມ່ນ 2.785 ຄົນ.
ລະອຽດແມ່ນຜູ້ຕິດເຊື້ອພະຍາດໂຄວິດ-19 ທີ 2785 ແມ່ນເພດຊາຍ, ອາຍຸ 39 ປີ, ທີ່ຢູ່ເມືອງເກິມຢ່າງ, ແຂວງຫ໋າຍເຢືອງ, ຖືສັນຊາດຍີ່ປຸ່ນ ເຂື້າເມືອງຫວຽດນາມ ຜ່ານສະໜາມບິນດ່ານັ້ງ ໃນວັນທີ 13 ເມສາ ແລະໄດ້ຮັບການແຍກຕົວໃນທັນທີ.
|
|
ພາບປະກອບ: ສໍານັກຂ່າວສານຫວຽດນາມ. |
ຕາມການລາຍງານຂອງກົມຄຸ້ມຄອງການກວດ, ປິ່ນປົວພະຍາດ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 2.475 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ກໍ່ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ໃນລະຫວ່າງວັນທີ 12-18 ເມສາ, ຫວຽດນາມ ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ-19 ໃໝ່ຕື່ມອີກ 10.415 ຄົນຢູ່ 13 ແຂວງ, ນະຄອນ.
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 19 ເມສາ (ຕາມເວລາຫວຽດນາມ) ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 141. 987.032 ຄົນ, ໃນນັ້ນມີຜູ້ເສຍຊີວິດ 3.032.205 ຄົນ, ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ-19, ຖັດຈາກນັ້ນແມ່ນອິນເດຍ.
ແຫຼ່ງຄັດຈາກ: vovworld.vn