ສ່ວນໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 8 ໂມງຂອງວັນທີ 13 ເມສາ (ຕາມເວລາ UTC), ໂລກຢັ້ງຢຶນມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 137,2 ລ້ານຄົນ, ໃນນັ້ນມີເກືອບ 2,96 ລ້ານຄົນເສຍຊີວິດ. ປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 32 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດກ່ວາ 576.000 ຄົນ, ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ແຫຼ່ງຄັດຈາກ: vovworld.vn