leftcenterrightdel
ວັກຊິນກັນໂຄວິດ-19 ໄດ້ສົ່ງໄປຍັງ ເຢແມນ ຕາມກົນໄກ COVAX, ຢູ່ Aden. ພາບ: ສໍານັກຂ່າວສານຫວຽດນາມ.

ສຳນັກຂ່າວສານ Reuters ໄດ້ຄັດຄໍາເວົ້າຂອງທ່ານ Trotsenburg ໂດຍໃຫ້ຮູ້ວ່າ, ຈໍານວນເງິນ 2 ຕື້ໂດລາສະຫະລັດແມ່ນສ່ວນໜຶ່ງໃນກອງທຶນ 12 ຕື້ໂດລາສະຫະລັດ ເຊິ່ງ WB ສະຫງວນໄວ້ ເພື່ອໜູນຊ່ວຍການພັດທະນາ, ແຈກຢາຍ ແລະຜະລິດວັກຊິນຢູ່ບັນດາປະເທດ ທີ່ມີລາຍຮັບຕໍ່າ ແລະປານກາງ. ໃນຂະນະນັ້ນ, ທ່ານ David Malpass ປະທານ WB ຢັ້ງຢືນວ່າ ທະນາຄານນີ້ ຄາດວ່າຈະເປີດກວ້າງຄໍາໝັ້ນສັນຍາຂຶ້ນເຖິງ 4 ຕື້ໂດລາສະຫະລັດ ເພື່ອສະໜອງວັກຊິນໃຫ້ແກ່ 50 ປະເທດ ໃນກາງປີນີ້. ປັດຈຸບັນ, ບັນດາເຈົ້າໜ້າທີ່ສາທາລະນະສຸກ ໄດ້ຍົກອອກຄໍາຕັກເຕືອນກ່ຽວກັບວິທີສັກວັກຊິນກັນພະຍາດໂຄວິດ-19 ວ່າອາດຈະປະລາໄຊ ຖ້າຄວາມຄືບໜ້າໃນການສັກວັກຊິນຢູ່ບັນດາປະເທດກໍາລັງພັດທະນາ ບໍ່ໄດ້ຮັບການຍູ້ໄວ.

ໂດຍ: ກວຽດເຕິມ