leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ເມສາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 135.280.582 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.927.555 ຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 108.851.958 ຄົນ. ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດແມ່ນອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 31.802.258 ຄົນ, ໃນນັ້ນມີຜູ້ເສຍຊີວິດ 574.823 ຄົນ. ຖັດຈາກນັ້ນແມ່ນບຣາຊິນ, ອິນເດຍ, ຝລັ່ງ, ລັດເຊຍ.

ໃນເຫດການທີ່ກ່ຽວຂ້ອງ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການອົງການອະນາໄມໂລກ (WHO) ຖືວ່າ ພວມຂາດຄວາມສົມດູນຢ່າງຮ້າຍແຮງກ່ຽວກັບການແຈກຢາຍວັກຊິນກັນໂຄວິດ-19 ໃນທົ່ວໂລກ ແລະບັນດາປະເທດສ່ວນຫຼາຍ ບໍ່ມີວັກຊິນຢ່າງຄົບຖ້ວນໃຫ້ແກ່ກຸ່ມຄົນທີ່ມີຄວາມສ່ຽງສູງ.

ແຫຼ່ງຄັດຈາກ: vovworld.vn