ຍານອາວະກາດ Soyuz MS-18 ບັນຈຸ 3 ຄົນໃນນັ້ນມີນັກບິນອາວະກາດຊາວລັດເຊຍ 2 ຄົນ ແລະນັກບິນອາວະກາດຊາວອາເມລິກາ 1 ຄົນ. ກຸ່ມບໍລິສັດການບິນຈັກກະວານລັດເຊຍ ປະກາດວ່າຍານອາວະກາດ Soyuz MS-18 ໄດ້ໄປຮອດສະຖານີຈັກກະວານສາກົນພາຍຫຼັງເດີນທາງເປັນເວລາ 3 ຊົ່ວໂມງ 25 ນາທີ. ນັກບິນ 3 ທ່ານຈະຢູ່ຕໍ່ສະຖານີຈັກກະວານສາກົນຢ່າງໜ້ອຍສຸດແມ່ນ 191 ວັນ ແລະປະຕິບັດໜ້າທີ່ຍ່າງຢູ່ຮ່ວງອາວະກາດ.

ສະຖານີຈັກກະວານສາກົນ ຈະໝົດອາຍຸໃນປີ 2024. ເຖິງຢ່າງໃດກໍຕາມ, ລັດຖະບານລັດເຊຍ ໄດ້ຕັດສິນໃຈຕໍ່ກຳນົດເວລາຮອດປີ 2028 ແລະປັດຈຸບັນພວມເຈລະຈາບັນດາປະເທດກ່ຽວຂ້ອງເພື່ອເລື່ອນວັນເວລາຮັບໃຊ້ຂອງສະຖານນີດັ່ງກ່າວຮອດປີ 2030.

ແຫຼ່ງຄັດຈາກ: vovworld.vn