leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ໃນຂະນະທີ່ທ່ານ ຊຸງເຊຄາຢຸນ ນາຍົກລັດຖະມົນຕີ ສ.ເກົາຫລີ ເຕືອນວ່າ: ສ.ເກົາຫລີ ຈະຕ້ອງເພີ່ມມາດຕະການໃໝ່ໃນການເວັ້ນ ໄລຍະຫ່າງທາງສັງຄົມ ເນື່ອງຈາກມີຄວາມກັງວົນວ່າ ສ.ເກົາຫລີ ອາດຈະປະເຊີນກັບການແຜ່ລະບາດພະຍາດໂຄວິດ-19 ໃນຮອບທີ 4.   ທ່ານ ຊຸງເຊຄາຢຸນ ກ່າວວ່າ: ການແຜ່ລະບາດຮອບໃໝ່ຈະສົ່ງຜົນກະທົບຕໍ່ໂຄງການສັກວັກຊິນປ້ອງກັນພະຍາດໂຄວິດ-19 ຂອງ ສ.ເກົາຫລີ ທີ່ພວມປະສົບບັນຫາຊັກຊ້າ ເນື່ອງຈາກໂຄງການໂຄແວກ ຂອງອົງການອະນາໄມໂລກ ບໍ່ສາມາດຈັດສົ່ງວັກຊິນຕາມກຳນົດ. ນອກຈາກນັ້ນ ເຈົ້າໜ້າທີ່ ສ.ເກົາຫລີ ລະບຸວ່າ: ທາງການອາດຈະປະກາດເພີ່ມມາດຕະການຄວບຄຸມ ການແຜ່ລະບາດຢ່າງໄວທີ່ສຸດ. ປັດຈຸບັນ, ສ.ເກົາຫລີ ຍັງສືບຕໍ່ປະຕິບັດຄຳສັ່ງຈຳກັດການລວມຕົວຂອງປະຊາຊົນໃນສະຖານທີ່ ສ່ວນຕົວບໍ່ໃຫ້ເກີນ 4 ຄົນ.

ຂ່າວ: ຂປລ