ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງອາເມລິກາ ແລະອີຣານ ດຳເນີນບັນດາການເຈລະຈາທາງອ້ອມຢູ່ Vienna (ປະເທດໂອຕາລິດ) ຊຶ່ງທັງສອງຝ່າຍລ້ວນແຕ່ຮັບຖືວ່າແມ່ນ “ມີລັກສະນະສ້າງສັນ” ເພື່ອແນໃສ່ຊອກຫາວິທີການເພື່ອກັບຄືນສູ່ການປະຕິບັດຂໍ້ຕົກລົງນິວເຄຼຍ ໂດຍອີຣານ ແລະບັນດາປະເທດມະຫາອຳນາດໄດ້ລົງນາມໃນປີ 2015 ທີ່ມີຊື່ຢ່າງຄົບຖ້ວນແມ່ນ ແຜນການກະທຳຢ່າງຮອບດ້ານລວມ (JCPOA).

leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ປີ 2020, ສະພາແຫ່ງຊາດອີຣານ ໄດ້ຮັບຮອງເອົາກົດໝາຍອະນຸຍາດໃຫ້ລັດຖະບານວາງອອກທັດສະນະແຂງກະດ້າງກ່ຽວກັບບັນຫານິວເຄຼຍ, ຄືສ່ວນໜຶ່ງໃນຄວາມມານະພະຍາຍາມເພື່ອແນໃສ່ໂຕ້ຕອບເລື່ອງທ່ານ Donald Trump ອະດີດປະທານາທິບໍດີອາເມລິກາ ນຳອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງໃນປີ 2018 ແລະຈັດວາງບັນດາມາດຕະການລົງໂທດຕໍ່ Tehran ຄືນໃໝ່.

ແຫຼ່ງຄັດຈາກ: vovworld.vn