ນັກຊ່ຽວຊານ Vershinina ຕີລາຄາສູງຕໍ່ຄຸນນະທາດ ແລະກໍາລັງຄວາມສາມາດໃນການປະຕິບັດງານຂອງບັນດາສະຫາຍທີ່ຫາກໍ່ໄດ້ຮັບການແຕ່ງຕັ້ງເຂົ້າຕຳແໜ່ງການນຳຂັ້ນສູງຢູ່ຫວຽດນາມ. ລາຍລະອຽດ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ຮັບການຕີລາຄາວ່າ ເປັນຜູ້ນຳທີ່ມີປະສົບການຫຼາຍຢ່າງຂອງພັກກອມມູນິດຫວຽດນາມ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຄົນໃໝ່ເປັນຜູ້ນຳທີ່ເກັ່ງກ້າສາມາດຂອງປະເທດໃນຊຸມປີດໍາລົງຕໍາແໜ່ງນາຍົກລັດຖະມົນຕີ, ໃນຂະນະທີ່ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຄົນໃໝ່ ແລະທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຄົນໃໝ່ລ້ວນແຕ່ແມ່ນຜູ້ບໍລິຫານທີ່ມີຈິນຕະນາການດ້ານຍຸດທະສາດ ແລະມີປະສົບການຫຼາຍທີ່ສຸດໃນການເປັນຜູ້ນຳ.

leftcenterrightdel
ຄະນະການນໍາຊຸດໃໝ່ຂອງຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຊ່ຽວຊານ Vershinina ຖືວ່າ, ສະພາແຫ່ງຊາດຫວຽດນາມ ໄດ້ຄັດເລືອກເອົາຜູ້ທີ່ “ຍາມໃດກໍ່ສະໜັບສະໜູນພື້ນຖານເສດຖະກິດປ່ຽນແປງໃໝ່ ແລະພັດທະນາເຕັກໂນໂລຢີ” ເປັນນາຍົກລັດຖະມົນຕີຢ່າງສະຫຼາດສ່ອງໃສ, ເພາະວ່າ ໃນໄລຍະຈະມາເຖິງປະເທດຕ້ອງໄປລັດໜ້າ, ນຳທັນການປະຕິວັດອຸດສາຫະກຳຄັ້ງທີ 4. ພ້ອມກັນນັ້ນ, ນາຍົກລັດຖະມົນຕີຄົນໃໝ່ ອາດສາມາດຮັບປະກັນຍຸດທະສາດຢ່າງດຸ່ນດ່ຽງ ແລະມີວິທີການສໍາຜັດແບບໃໝ່ ເພື່ອບໍ່ພຽງແຕ່ຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດຕິຜົນເທົ່ານັ້ນ, ຫາກຍັງຮັບມືກັບສະພາບການໂລກ ແລະພາກພື້ນທີ່ມີການປ່ຽນແປງຢ່າງວ່ອງໄວອີກດ້ວຍ. ຕາມນັກຊ່ຽວຊານລັດເຊຍ ແລ້ວ, ບົດຮຽນ, ປະສົບການ ແລະຈິນຕະນາການປ່ຽນແປງໃໝ່ຂອງທ່ານນາຍົກລັດຖະມົນຕີຄົນໃໝ່ ຟ້າມມີງຈິ໊ງ ໃນວຽກງານກໍ່ສ້າງລັດຖະບານເອເລັກໂຕນິກ ກໍ່ຄືການຄຸ້ມຄອງບໍລິຫານລັດອາດຈະໄດ້ໝູນໃຊ້ໃນອະນາຄົດເພື່ອການພັດທະນາຂອງທົ່ວປະເທດ.

ນັກຊ່ຽວຊານລັດເຊຍ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍບົດຮຽນ, ປະສົບການ ແລະຜົນສຳເລັດທີ່ສະສົມມາໄດ້ໃນການປະຕິຮູບເສດຖະກິດ, ກໍ່ຄືການຮັກສານະໂຍບາຍພົວພັນຕ່າງປະເທດໃຫ້ມີຄວາມດຸ່ນດ່ຽງ, ຫວຽດນາມ ຈະສືບຕໍ່ພັດທະນາຢ່າງວ່ອງໄວ ແລະສວມບົດບາດໃຫ້ນັບມື້ນັບໃຫຍ່ຫຼວງໃນວິວັດການທົ່ວໂລກ ແລະພາກພື້ນ.

ກ່ຽວກັບແງ່ຫວັງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະລັດເຊຍ ພາຍຫຼັງການປ່ຽນແປງບຸກຄະລາກອນຂັ້ນສູງຢູ່ຫວຽດນາມ, ນັກຊ່ຽວຊານຈາກສະຖາບັນພົວພັນສາກົນມົດສະກູ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ແມ່ນບຸລິມະສິດໃນນະໂຍບາຍພົວພັນຕ່າງປະເທດຂອງສະຫະພັນລັດເຊຍ ແລະບັນດາຂົງເຂດຮ່ວມມືທີ່ມີແງ່ຫວັງໃນໄລຍະຈະມາເຖິງແມ່ນເຕັກໂນໂລຢີ, ການປ່ຽນແປງໃໝ່, ຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະການຮັບມືກັບກໍລະນີສຸກເສີນ.

ໂດຍ: ທະນາພອນ