leftcenterrightdel
ທ່ານນາຍົກລັດຖະມົນຕີ ຍີປຸ່ນ Yoshihide Suga  ແລະ ທ່ານລັດຖະມົນຕີກະຊວງການຄ້າຍີ່ປຸ່ນ Hiroshi Kajiyama  ລົງນາມໃນສັນຍາ RCEP ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ການນຳບັນດາປະເທດສະມາຊິກ (ພາບ: AP)

ວັນທີ 28 ກຸມພາ, ລັດຖະບານ ຍີ່ປຸ່ນ ໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) - ເຊິ່ງເປັນຂໍ້ຕົກລົງການຄ້າມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ ທີ່ໄດ້ລົງນາມໃນເດືອນພະຈິກ 2020 ລະຫວ່າງ 15 ປະເທດ ອາຊີ - ປາຊີຟິກ, ລວມທັງໝົດ 10 ປະເທດສະມາຊິກ ອາຊຽນ ແລະ 5 ປະເທດ ຄື ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ.

ສັນຍາ RCEP ລວມມີບັນດາຄຳໝັ້ນສັນຍາກ່ຽວກັບການເປີດປະຕູຕະຫຼາດໃນຂົງເຂດສິນຄ້າ, ການບໍລິການ ແລະການລົງທຶນ, ສ້າງຄວາມກົມກ່ຽວດ້ານຫຼັກການກ່ຽວກັບຕົ້ນກຳເນີດຂອງຜະລິດຕະພັນ ແລະເຮັດໃຫ້ລະບຽບການພາສີອາກອນທີ່ກະທັດຮັດ ແລະວ່ອງໄວກວ່າ, ສ້າງເງື່ອນໄຂໃຫ້ຂະແໜງການຄ້າ. ສັນຍາສະບັບດັ່ງກ່າວ ຈະມີຜົນສັກສິດຢ່າງເປັນທາງການພາຍໃນ 60 ວັນ ນັບແຕ່ເມື່ອມີໜ້ອຍສຸດ 6 ປະເທດສະມາຊິກ ອາຊຽນ ແລະ 3 ປະເທດບໍ່ຂຶ້ນກັບ ອາຊຽນ ຮັບຮອງເອົາ.

ແຫຼ່ງຄັດຈາກ: vovworld.vn