ທີ່ກອງປະຊຸມຄັ້ງທີ 9 ຂອງຄະນະກຳມະການຮ່ວມມືລວມລະຫວ່າງ ອາຊຽນ-ການາດາ (JCC) ທີ່ຫາກໍຈັດຂຶ້ນຜ່ານລະບົບທາງໄກ, ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ບັນດາຄວາມມານະພະຍາຍາມຜັນຂະຫຍາຍແຜນການດຳເນີນງານທີ່ໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມລັດຖະມົນຕີອາຊຽນ - ການາດາ ເມື່ອເດືອນ ກັນຍາປີ 2020 ຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີຮ່ວມມືໃນບັນດາຂົງເຂດການຄ້າ ແລະລົງທຶນຢ່າງເລິກເຊິ່ງກວ້າງຂວາງກວ່າອີກ; ພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSME)...

ກອງປະຊຸມກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືມຸ່ງໄປເຖິງການຟື້ນຟູຫຼັງໄລຍະພະຍາດໂຄວິດ - 19 ແລະຮັບປະກັນສິດສຳຜັດກັບວັກຊິນຢ່າງຍຸຕິທຳ, ເທົ່າທຽມກັນ ແລະ ທົ່ວໂລກ. ສອງຝ່າຍກໍຢັ້ງຢືນເຖິງຄວາມສຳຄັນຂອງການເພີ່ມທະວີການພົວພັນເສດຖະກິດ ແລະມີຄວາມປາດຖະໜາຊຸກຍູ້ການປຶກສາຫາລື ແລະສັນຍາການຄ້າເສລີອາຊຽນ - ການາດາ - ເຊິ່ງເປັນໜຶ່ງໃນບັນດາເປົ້າໝາຍເສດຖະກິດບຸລິມະສິດຂອງ ບຣູໄນ ໃນບົດບາດເປັນປະທານ ອາຊຽນ 2021.

ແຫຼ່ງຄັດຈາກ: vovworld.vn