ທີ່ການແລກປ່ຽນ, ທ່ານ Marchick ໄດ້ເນັ້ນໜັກວ່າ DFC ຢາກສວມບົດບາດຕັ້ງໜ້າໃນການພັດທະນາຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ດ້ວຍບຸລິມະສິດໃຫຍ່ທີ່ສະຫງວນໃຫ້ແກ່ເຂດອະນຸພາກພື້ນແມ່ນ້ຳຂອງ. DFC ຈະເອົາໃຈໃສ່ເປັນພິເສດຕໍ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ, ຊຸກຍູ້ການລົງທຶນເຂົ້າບັນດາໂຄງການພະລັງງານຂຽວ ແລະໜູນຊ່ວຍອາຊີຕາເວັນອອກສ່ຽງໃຕ້ຮັບມືກັບພະຍາດໂຄວິດ-19 ຜ່ານການເພີ່ມທະວີລະບົບສາທາລະນະສຸກ, ແຈກຢາຍວັກຊິນ. ຄຽງຄູ່ກັນນັ້ນ, DFC ກໍ່ຈະໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະນ້ອຍໃນບັນດາຂົງເຂດກະສິກຳ ແລະການສຶກສາ...; ພ້ອມທັງຮ່ວມມືກັບບັນດາຄູ່ຮ່ວມມື, ຄື: ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະໄຕ້ຫວັນ (ຈີນ) ເພື່ອເພີ່ມທະວີປະສິດທິຜົນບັນດາໂຄງການລົງທຶນ. ຕາມທ່ານ Marchick ແລ້ວ, DFC ແລະຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນຫຼາຍໃນການຮ່ວມມື.

leftcenterrightdel
ທ່ານ ຮ່າກິມງອັກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອາເມລິກາ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນທີ່ການແລກປ່ຽນ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ໄດ້ສະເໜີໃຫ້ລັດຖະບານອາເມລິກາ ສືບຕໍ່ໜູນຊ່ວຍບັນດາປະເທດຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ແລະອະນຸພາກພື້ນແມ່ນ້ຳຂອງພັດທະນາລະບົບສະໜອງແບບຍືນຍົງ, ຍົກສູງກຳລັງຄວາມສາມາດດ້ານການຄ້າດີຈີຕອນ ແລະເພີ່ມທະວີການລົງທຶນເຂົ້າພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ. ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ປາດຖະໜາວ່າ ອາເມລິກາ ຈະໜູນຊ່ວຍບັນດາປະເທດອາຊຽນ ສຳຜັດກັບແຫຼ່ງວັກຊິນກັນໂຄວິດ-19, ສືບຕໍ່ຊຸກຍູ້ການລົງທຶນຕາມຮູບການຄູ່ຮ່ວມມືພາກລັດ-ພາກເອກະຊົນ (PPP) ແລະຜ່ານບັນດາຂອບເຂດການຮ່ວມມືອາເມລິກາ - ອາຊຽນ.

ໂດຍ: ທະນາພອນ