WB ໃຫ້ຂ່າວວ່າ, ມູນຄ່າສ່ວນເກີນການຄ້າສິນຄ້າຂອງຫວຽດນາມ ໃນເດືອນມັງກອນ ບັນລຸ 1,1 ຕື້ໂດລາສະຫະລັດ. ດັດຊະນີຜະລິດອຸດສາຫະກໍາຂອງຫວຽດນາມ ໃນເດືອນມັງກອນ ເພີ່ມຂຶ້ນ 24,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ວົງເງິນການສົ່ງອອກສິນຄ້າເພີ່ມຂຶ້ນ 51,8%  ແລະນໍາເຂົ້າເພີ່ມຂຶ້ນ 41,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ໃນເດືອນທໍາອິດຂອງປີ 2021, ລັດຖະບານຫວຽດນາມ ໄດ້ໃຊ້ຈ່າຍງົບປະມານທັງໝົດ 99.600 ຕື້ດົ່ງ, ເພີ່ມຂຶ້ນ 1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການລົງທຶນຂອງລັດບັນລຸ 15.000 ຕື້ດົ່ງ ດ້ວຍອັດຕາປ່ອຍສິນເຊື່ອບັນລຸ 3,25%.

leftcenterrightdel
ການຜະລິດຢູ່ພາຍໃນໂຮງງານຂອງບໍລິສັດ NMS ຫວຽດນາມຈໍາກັດ. ພາບ: ສໍານັກຂ່າວສານຫວຽດນາມ.

WB ຕີລາຄາວ່າ ແງ່ຫວັງເຕີບໂຕຂອງປີ 2021 ແມ່ນຈະຂຶ້ນກັບເລື່ອງອົງການກ່ຽວຂ້ອງ ຄວບຄຸມພະຍາດທີ່ຫາກໍ່ລະບາດໃໝ່ນີ້ໄດ້ດີຄືແນວໃດ ກໍ່ຄືເວລາຜັນຂະຫຍາຍການສັກວັກຊິນຢູ່ພາຍໃນປະເທດ ແລະໃນໂລກ. ຖ້າວິກິດການສືບຕໍ່ແກ່ຍາວ, ລັດຖະບານຫວຽດນາມ ຄວນຄິດໄລ່ເຖິງການໜູນຊ່ວຍພື້ນຖານເສດຖະກິດດ້ວຍບັນດາມາດຕະການດ້ານການເງິນ ແລະເງິນຕາ. WB ຖືວ່າ ຫວຽດນາມ ກໍ່ຄວນເອົາໃຈໃສ່ເຖິງພື້ນທີ່ການເງິນ, ກໍາລັງຄວາມສາມາດຂອງຂົງເຂດການເງິນ ແລະບັນດາ ການກະທົບທີ່ຊ້ອນແຝງໃນສັງຄົມຍ້ອນຄອບຄົວຈຳນວນໜຶ່ງຂາດລາຍຮັບແກ່ຍາວ.

ໂດຍ: ທູຈາງ