ນີ້ແມ່ນໂອກາດໃຫ້ແກ່ບັນດາການນຳເອີລົບ ແກ້ໄຂຍຸດທະສາດວັກຊິນຂອງກຸ່ມ, ຈຳກັດການເດີນທາງໄປມາຂອງປະຊາຊົນ, ຂົນສົ່ງສິນຄ້າ ແລະການບໍລິການຢ່າງເສລີ.

leftcenterrightdel
ກອງປະຊຸມສຸດຍອດວິສາມັນຂອງບັນດາການນຳສະຫະພາບເອີລົບ (EU). ພາບ: AP

ການນຳເອີລົບ ຈະເລີ່ມຕົ້ນການປຶກສາຫາລືໃນຕອນບ່າຍວັນທີ 25 ກຸມພາ ດ້ວຍວາລະປະຊຸມສຳລັບການປະສານງານກ່ຽວກັບພະຍາດໂຄວິດ-19. ວັນເຮັດວຽກຕໍ່ໄປຈະສະຫງວນໃຫ້ແກ່ບັນດາບັນຫາໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານ Charles Michel ປະທານສະພາເອີລົບ ຖືວ່າ ບຸລິມະສິດຍັງແມ່ນຄວາມໄວໃນການສັກວັກຊິນໃນທົ່ວ EU, ໃນນັ້ນໄດ້ສຸມໃສ່ວິວັດການອອກໃບອະນຸຍາດ ກໍ່ຄືການຜະລິດ ແລະແຈກຢາຍວັກຊິນ. ຫົວຂໍ້ນີ້ກໍ່ຈະໄດ້ຮັບການປຶກສາຫາລືຢູ່ລັດຖະສະພາເອີລົບ. ດັ່ງນັ້ນ, ບັນດາການນຳເອີລົບ ຈະມານະພະຍາຍາມນຳໃຊ້ຍຸດທະສາດລວມ ເມື່ອປະເຊີນໜ້າກັບເຊື້ອໄວຣັດ SARS – CoV – 2 ສາຍພັນໃໝ່.

ແຫຼ່ງຄັດຈາກ: vovworld.vn