leftcenterrightdel
ທ່ານ Boris Johnson ນາຍົກລັດຖະມົນຕີອັງກິດ. ພາບ: kpl.gov.la.

ນີ້ຖືເປັນກອງປະຊຸມຮູບແບບປົກກະຕິຄັ້ງທຳອິດໃນຮອບ 2 ປີ ພາຍຫລັງ ສ.ອາເມລິກາ ຈັດກອງປະຊຸມສຸດຍອດຜູ້ນຳ G7 ທາງອອນລາຍ ຜ່ານລະບົບວິດີໂອຄອນເຟີເຣນ ເມື່ອປີກາຍນີ້ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍມີທ່ານ ໂຈໄບເດນ ຜູ້ນຳ ສ.ອາເມລິກາ ຈະເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ຫລັງຈາກການສາບານຕົນຮັບຕຳແໜ່ງຜູ້ນຳ ສ.ອາເມລິກາ. ນອກຈາກນີ້ ອັງກິດ ຍັງໄດ້ເຊື້ອເຊີນປະເທດ ອົດສະຕຣາລີ, ອິນເດຍ ແລະສ.ເກົາຫລີ ເຂົ້າຮ່ວມເພື່ອເພີ່ມທະວີຄວາມຮ່ວມມືໃນກຸ່ມປະເທດ ປະຊາທິປະໄຕອີກດ້ວຍ.

ຂ່າວ: ຂປລ