ໜັງສືພິມ Nikkei Asia Review ໃສ່ໃຈວ່າ ໂດຍບໍ່ຫົວຊາຕໍ່ພະຍາດໂຄວິດ-19, ຂົງເຂດຜະລິດຂອງຫວຽດນາມ ໄດ້ພິສູດໃຫ້ເຫັນຄວາມສາມາດຟື້ນຟູຢ່າງວ່ອງໄວ ແລະສືບຕໍ່ເຕີບໂຕ, ດ້ວຍລັກສະນະເປີດເຜີຍຂອງຕະຫຼາດ, ເລື່ອງລົງນາມໃນສັນຍາການຄ້າເສລີຫຼາຍສະບັບ, ພິເສດແມ່ນສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ ແລະຫວຽດນາມ (EVFTA), ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ແລະສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໝັ້ນໝາຍຈະນໍາມາເຊິ່ງກາລະໂອກາດເຕີບໂຕຢ່າງໃຫຍ່ຫຼວງ. ເຖິງຢ່າງໃດກໍ່ຕາມ, ຕາມການຄາດຄະເນຫຼ້າສຸດຂອງທະນາຄານ ພັດທະນາອາຊີ (ADB), ຍອດຜະລິດຕະພັນພາຍໃນປະເທດ (GDP) ປີ 2020 ຂອງຫວຽດນາມ ເພີ່ມຂຶ້ນ 2,9% ໃນຂະນະທີ່ GDP ຂອງໄທ ຫຼຸດຜ່ອນ 7,8%. ຍ້ອນຂອບຂະໜາດຕະຫຼາດໃຫຍ່ກວ່າ ແລະຄ່າແຮງງານຖືກກວ່າ, ຫວຽດນາມ ໄດ້ລື່ນກາຍໄທ ກ່ຽວກັບຍອດເງິນລົງທຶນຈາກຕ່າງປະເທດ (FDI) ແລະມູນຄ່າສົ່ງອອກ.

leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ.

ໜັງສືພິມ Financial Express ຄັດສະເໜີບົດລາຍງານຂອງ Economist Intelligence Unit, ໃນນັ້ນໃສ່ໃຈວ່າ ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນຮາກຖານຜະລິດດ້ວຍລາຄາຕໍ່າໃນລະບົບສະໜອງຢູ່ອາຊີ, ລື່ນກາຍອິນເດຍ ແລະຈີນ ກ່ຽວກັບຫຼາຍດັດຊະນີ, ລວມມີນະໂຍບາຍໃນຂົງເຂດ FDI, ການຄ້າຕ່າງປະເທດ ແລະການຄວບຄຸມເງິນຕາຕ່າງປະເທດ.

ໜັງສືພິມ The Star (Malaysia) ມີບົດຂຽນສ່ອງແສງເຫດການ ຫວຽດນາມ  ລົງນາມສັນຍາຫຼາຍສະບັບກັບຄູ່ຮ່ວມມືເອີລົບ ແລະບັນດາປະເທດສະມາຊິກ RCEP ກ່ຽວກັບການສະໜອງເຂົ້າສານສໍາເລັດຜົນ.

ໜັງສືພິມ The Jakarta Post ຂອງອິນໂດເນເຊຍ ຕີລາຄາສູງການບືນຕົວຂຶ້ນຂອງການຄ້າເອເລັກໂຕນິກຢູ່ຫວຽດນາມ ໃນສະພາບພະຍາດໂຄວິດ-19. ຄວາມຈິງແລ້ວ, ເຖິງວ່າເງິນສົດຍັງມີຄວາມສຳຄັນຄືເກົ່າ, ແຕ່ການຊໍາລະທາງເຄືອຂ່າຍອິນເຕີແນັດໃນ 8 ເດືອນ ປີ 2020 ໄດ້ເພີ່ມຂຶ້ນທົບ 10 ເທົ່າເມື່ອທຽບໃສ່ປີ 2019.

ໂດຍ: ທູຈາງ