ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 18 ມັງກອນ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 95 ລ້ານ 4 ແສນຄົນ, ໃນນັ້ນມີຜູ້ເສຍຊີວິດ ກວ່າ 2 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 24 ລ້ານ 4 ແສນຄົນ ແລະຜູ້ເສຍຊີວິດກວ່າ 4 ແສນຄົນ. ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ, ລັດເຊຍ, ອັງກິດ.

ແຫຼ່ງຄັດຈາກ: vovworld.vn