ຖະແຫຼງການຂອງການນຳເອຢິບ ໄດ້ຍົກອອກມາໃນຂອບເຂດການຕ້ອນຮັບທ່ານ Wamkele Mene ເລຂາທິການໃຫຍ່  AfCFTA ທີ່ພວມຢ້ຽມຢາມ ກາຍໂຣ ເພື່ອແນໃສ່ແລກປ່ຽນກ່ຽວກັບຂໍ້ຕົກລົງທາງການຄ້າທີ່ມີຄວາມສາມາດບົ່ມຊ້ອນນີ້.

ບັນດາປະເທດ ອາບຟຼິກກາ ໄດ້ເລີ່ມປະຕິບັດສັນຍາ AfCFTA ຢ່າງເປັນທາງການນັບແຕ່ວັນທີ 1 ມັງກອນ 2021, ພາຍຫຼັງຖືກຢຸດສະງັກມາເປັນເວລາຫຼາຍເດືອນຍ້ອນພະຍາດໂຄວິດ - 19. ຕາມສະຫະພາບ ອາບຟຼິກກາ (AU) ແລ້ວ, ເມື່ອເຂົ້າຮ່ວມການເຄື່ອນໄຫວຢ່າງຄົບຖ້ວນ, AfCFTA ຈະແມ່ນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກ, ທີ່ມີຈຳນວນປະຊາກອນ 1,3 ຕື້ຄົນ ແລະຍອດມູນຄ່າຜະລິດຕະພັນພາຍໃນປະເທດ (GDP) ຂຶ້ນເຖິງ 3.400 ຕື້ໂດລາສະຫະລັດ.

ແຫຼ່ງຄັດຈາກ: vovworld.vn