ວັນທີ 15 ມັງກອນ, ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ ປະເທດນີ້ຈະສົ່ງເສີມການເຮັດລະບຽບການຖອນຕົວອອກຈາກສົນທິສັນຍາເປີດກວ້າງເຂດນ່ານຟ້າ ໂດຍອານຸຍາດໃຫ້ເຮືອບິນສຳຫຼວດລຳຕ່າງໆໂດຍບໍ່ປະກອບອາວຸດສາມາດບິນໃນເຂດນ່ານຟ້າຂອງປະເທດເຂົ້າຮ່ວມສົນທິສັນຍາ.

ຕາມແຈ້ງການແລ້ວ, ກະຊວງການຕ່າງປະເທດລັດເຊຍ ໄດ້ອ້າງເຫດຜົນທີ່ວ່າ “ຂາດຄວາມກ້າວໜ້າ” ໃນການຮັກສາສົນທິສັນຍາເປີດກວ້າງເຂດນ່ານຟ້າ ພາຍຫຼັງ ອາເມລິກາ ຖອນອອກຈາກສົນທິສັນຍາເມື່ອປີ 2020. ແຈ້ງການກໍ່ໃຫ້ຮູ້ວ່າ ລັດເຊຍຈະເລີ່ມສົ່ງເສີມການເຮັດລະບຽບການຕ່າງໆພາຍໃນປະເທດ ເພື່ອຖອນອອກຈາກສົນທິສັນຍາດັ່ງກ່າວນີ້.

ແຫຼ່ງຄັດຈາກ: vovworld.vn