ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 16 ມັງກອນ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງໝົດ ກ່ວາ 94 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 2 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຫຼາຍກວ່າໝູ່, ຖັດຈາກນັ້ນແມ່ນອິນເດຍ ແລະບຣາຊິນ.

ມາຮອດປັດຈຸບັນ, ໄວຣັດ SARS – CoV -2  ໄດ້ແຜ່ລະບາດໃນທົ່ວໂລກ ແລະໄດ້ເກີດມີສາຍພັນໃໝ່. ວັນທີ 15 ມັງກອນ, ໜັງສືພິມ Newsweek ຂອງອາເມລິກາໄດ້ໃຫ້ຂ່າວວ່າ ນັກວິທະຍາສາດສາມາດກຳນົດສາຍພັນໃໝ່ຂອງໄວຣັດ   SARS – CoV -2   ໄດ້ແລ້ວ ໂດຍມີຊື່ເອີ້ນວ່າ 20C – US ແລະມັນສາມາດແຜ່ລະບາດໄວກ່ວາ ແຕ່ບໍ່ເປັນອັນຕະລາຍປານໃດ.

ແຫຼ່ງຄັດຈາກ: vovworld.vn