ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 23,8 ລ້ານຄົນ ແລະມີຜູ້ເສຍຊີວິດ 397,767 ຄົນ ແລະກໍ່ໃນວັນທີ 14 ມັງກອນ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນບັນດາປະເທດອາບຟຼິກກາ ວ່າ ຄວນສືບຕໍ່ຍູ້ແຮງບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນສະພາບການຈຳນວນຜູ້ຕິດເຊື້ອລາຍໃໝ່ ແລະຜູ້ເສຍຊີວິດຢູ່ທະວີບນີ້ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນເວລາມໍ່ໆມານີ້.

leftcenterrightdel
ບາງຈຸດໄຈ້ແຍກຫາເຊື້ອໂລກລະບາດໂຄວິດ-19 ຢູ່ Nairobi. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Matshidiso Moeti ຜູ້ອຳນວຍການ WHO ປະຈຳ ອາບຟຼິກກາ ໃຫ້ຮູ້ວ່າ ປັດຈຸບັນ, ບັນດາປະເທດໃນທະວີບພວມເກີດກະແສຕິດເຊື້ອພະຍາດໂຄວິດ-19 ຄັ້ງທີ 2 ດ້ວຍລະດັບຮຸນແຮງກວ່າຫຼາຍເທົ່າເມື່ອທຽບໃສ່ກະແສທີ່ໜຶ່ງ. ໄລ່ຮອດວັນທີ 14 ມັງກອນ, ອາບຟຼິກກາ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 3,1 ລ້ານຄົນໃນນັ້ນມິຜູ້ເສຍຊີວິດ 74,500 ຄົນ.

ແຫຼ່ງຄັດຈາກ: vovworld.vn