leftcenterrightdel
ທ່ານປະທານາທິບໍດີຕວກກີ Tayyip Erdogan. ພາບ:  AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 25 ພະຈິກ, ທ່ານປະທານາທິບໍດີຕວກກີ Tayyip Erdogan  ໃຫ້ຮູ້ວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Vladimir Putin  ໃນນັ້ນ, ໄດ້ປຶກສາຫາລືກ່ຽວກັບຄວາມອາດສາມາດໃນການເພີ່ມທະວີຄວາມມານະພະຍາຍາມຮັກສາຄຳສັ່ງຢຸດຍິງຢູ່ພາກພື້ນ Nagorno – Karabakh, ຕາມນັ້ນແລ້ວ ຈະມີປະເທດອື່ນໆໃນພື້ນພາກເຂົ້າຮ່ວມຕື່ມອີກ. ເຖິງຢ່າງໃດກໍຕາມ, ທ່ານ Tayyip Erdogan  ບໍ່ໄດ້ເວົ້າລາຍລະອຽດແມ່ນປະເທດໃດແດ່.

ກ່ອນໜ້ານັ້ນ, ວັງ Kremlin ໃຫ້ຮູ້ວ່າ ໃນການເຈລະຈາ ໃນວັນທີ 23 ພະຈິກ ຜ່ານມາ, ທ່ານປະທານາທິບໍດີ Putin ແລະ ຄູ່ຕຳແໜ່ງ ຕວກກີ Tayyip Erdogan  ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການສ້າງຕັ້ງສູນຕິດຕາມກວດກາການປະຕິບັດຄຳສັ່ງຢຸດຍິງຂອງສອງປະເທດຢູ່ເຂດເກີດການປະທະກັນລະຫວ່າງ ອາເຊັກໄບຢານ ແລະ ອາກເມເນຍ. ການນໍາສອງປະເທດຕ່າງກໍເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດບັນດາຂໍ້ຕົກລົງຢຸດຍິງຢ່າງຮອບດ້ານເພື່ອຮັບປະກັນສະຖຽນລະພາບ ແລະ ການດຳລົງຊີວິດເປັນປົກກະຕິຢູ່ເຂດດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn