leftcenterrightdel
ທ່ານ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຢູ່ປັກກິ່ງ, ຈີນ ເມື່ອປີ 2013. ພາບ: REUTERS.

ໃນສານອວຍພອນ, ທ່ານປະທານປະເທດຈີນ ຊີ້ແຈ້ງວ່າ, ການຊຸກຍູ້ການພົວພັນລະຫວ່າງຈີນ-ອາເມລິກາ ໃຫ້ພັດທະນາຢ່າງປອດໃສ, ມີສະຖຽນລະພາບນັ້ນບໍ່ພຽງແຕ່ເໝາະສົມກັບຜົນປະໂຫຍດຫຼັກຂອງປະຊາຊົນສອງປະເທດເທົ່ານັ້ນ, ຫາກຍັງແມ່ນຄວາມຫວັງລວມຂອງປະຊາຄົມສາກົນອີກດ້ວຍ.

ທ່ານປະທານປະເທດຈີນ ສີຈີ້ນຜິງ ຫວັງວ່າ ສອງປະເທດຈະປະຕິບັດບົນເນື້ອໃນຈິດໃຈບໍ່ປະທະກັນ, ບໍ່ສູ້ຢັ້ນກັນ, ເຄົາລົບເຊິ່ງກັນ ແລະກັນ, ຮ່ວມມືກັນພ້ອມກັນຊະນະ, ສຸມໃສ່ການຮ່ວມມື, ຊຸກຍູ້ການພົວພັນລະຫວ່າງຈີນ-ອາເມລິກາ ໃຫ້ພັດທະນາຢ່າງປອດໃສ, ມີສະຖຽນລະພາບ ແລະ ມຸ່ງໄປຂ້າງໜ້າ, ຮ່ວມມືກັນພ້ອມກັບບັນດາປະເທດ ແລະ ປະຊາຄົມສາກົນຍູ້ໄວພາລະກິດອັນສູງສົ່ງເພື່ອໂລກແຫ່ງສັນຕິພາບ ແລະ ພັດທະນາ.

ໃນວັນດຽວກັນ, ທ່ານຮອງປະທານປະເທດ ຈີນ ຫວາງສີຊາງ  ກໍໄດ້ສົ່ງສານອວຍພອນເຖິງທ່ານນາງ Kamala Harris  ທີ່ໄດ້ຮັບການເລືອກຕັ້ງເລືອກຕັ້ງເປັນຮອງປະທານາທິບໍດີອາເມລິກາ.

ແຫຼ່ງຄັດຈາກ: vovworld.vn