leftcenterrightdel
ພາບປະກອບ: Reuters

ທ່ານ Josep Borrell ຕາງໜ້າຂັ້ນສູງອີຢູ ຜູ້ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະການຕ່າງປະເທດ ກໍ່ໄດ້ຮຽກຮ້ອງໃຫ້ມີຄຳສັ່ງຢຸດຍິງຢູ່ອາບການິດສະຖານ ໂດຍທັນທີ ແລະໃຫ້ຮູ້ວ່າ, ບໍ່ວ່າການກະທຳສ້າງຕັ້ງສະຫະລັດນ້ອຍອິດສະລາມ ອາບການິດສະຖານ ໃດກໍສົ່ງຜົນສະທ້ອນເຖິງການສະໜັບສະໜູນຂອງກຸ່ມ. ໃນຂະນະນັ້ນ, ລັດຖະບານອັງກິດ ກໍ່ໃຫ້ຄຳໝັ້ນສັນຍາຈະອຸປະຖຳທີ່ມີມູນຄ່າ 227 ລ້ານ USD ໃນແຕ່ລະປີໃຫ້ແກ່ປະເທດນີ້.

ໃນບົດກ່າວປາໄສຂອງຕົນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກໍ່ຮຽກຮ້ອງຄຳສັ່ງຢຸດຍິງໂດຍບໍ່ມີເງື່ອນໄຂຢູ່ອາບການິດສະຖານ ເພື່ອສ້າງສະພາບແວດລ້ອມທີ່ຕັ້ງໜ້າ, ມີຜົນປະໂຫຍດໃຫ້ແກ່ການເຈລະຈາສັນຕິພາບຢູ່ ໂດຮາ (ປະເທດກາຕາ) ລະຫວ່າງລັດຖະບານກັບພວກກະບົດຕາລີບານ.

ແຫຼ່ງຄັດຈາກ: vovworld.vn