ໜັງສືພິມ The Australian Financial Review ໃຫ້ຮູ້ວ່າ, ໃນການຕອບສຳພາດຕໍ່ໜັງສືພິມດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຄ້າອົດສະຕາລີ Simon Birmingham ໃຫ້ຮູ້ວ່າ, ອົດສະຕາລີ ຊົມເຊີຍບັນດາປະເທດໃນໂລກທີ່ເຂົ້າຮ່ວມ CPTPP. ທ່ານລັດຖະມົນຕີ Simon Birmingham ຢືນຢັນວ່າ, CPTPP ແມ່ນເວທີປາໄສເປີດ ແລະແມ່ນແຫ່ງທີ່ບັນດາສະມາຊິກໃໝ່ ຈະໄດ້ເຂົ້າຮ່ວມເມື່ອຕອບສະໜອງບັນດາມາດຖານສູງຂອງສັນຍາ ແລະໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາປະເທດສະມາຊິກອື່ນໆ.

leftcenterrightdel
ທ່ານລັດຖະມົນຕີກະຊວງການຄ້າອົດສະຕາລີ Simon Birmingham (ຂວາ). ພາບ: Alex Ellinghausen.

ກ່ອນໜ້ານັ້ນ, ທີ່ກອງປະຊຸມສຸດຍອດທາງອອນລາຍເວທີປາໄສເສດຖະກິດອາຊີ-ປາຊີຟິກ (APEC) ຄັ້ງທີ 27 ໃນວັນທີ 20 ພະຈິກຜ່ານມາ, ທ່ານປະທານປະເທດຈີນ ສີຈິ້ນຜີງ ໃຫ້ຮູ້ວ່າ, ຈີນ ພວມພິຈາລະນາກ່ຽວກັບເລື່ອງເຂົ້າຮ່ວມ CPTPP ຄືສ່ວນໜຶ່ງໃນການປະຕິບັດການຫັນເຂດການຄ້າເສລີອາຊີ-ປາຊີຟິກໃຫ້ປະກົດຜົນເປັນຈິງ. ແລະກໍ່ໃນກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ກໍ່ພວມຊັ່ງຊາຄວາມອາດສາມາດສະໜັບສະໜູນ ຈີນ ເຂົ້າຮ່ວມ CPTPP.

ແຫຼ່ງຄັດຈາກ: vovworld.vn