leftcenterrightdel
ກຳລັງຮັກສາສັນຕິພາບຂອງລັດເຊຍ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມທ່ານ Vladimir Putin ແລ້ວ, ບັນດາຄະນະຜູ້ແທນຂອງລັດເຊຍ ຈະໄດ້ຈັດສົ່ງໄປຍັງອາກເມນີ ແລະອາແຊັກໄບຊານ ໂດຍໄວເພື່ອປຶກສາຫາລືກ່ຽວກັບການປະຕິບັດຖະແຫຼງການ 3 ຝ່າຍເຊິ່ງການນຳບັນດາປະເທດບັນລຸໄດ້ໃນວັນທີ 9 ພະຈິກຜ່ານມາ, ພ້ອມທັງຫວັງວ່າ, ບັນດາການທາບທາມຄວາມເຫັນທີ່ຈະມາເຖິງ ຈະຊ່ວຍບັນລຸຄວາມກ້າວໜ້າຢ່າງແທ້ຈິງກ່ຽວກັບບັນຫາດັ່ງກ່າວ. ລັດເຊຍ ໄດ້ຜັນຂະຫຍາຍທະຫານຮັກສາສັນຕິພາບເກືອບ 2.000 ຄົນໄປຍັງເຂດ Nagory-Karabakh ໃນຮອບເວລາ 2 ອາທິດຜ່ານມາ ພາຍຫຼັງບັນລຸໄດ້ຂໍ້ຕົກລົງສັນຕິພາບ 3 ຝ່າຍໄດ້ເປັນການສິ້ນສຸດການປະທະກັນທີ່ເກີດຂຶ້ນເປັນເວລາກວ່າໜຶ່ງເດືອນຜ່ານມາລະຫວ່າງບັນດາກຳລັງອາແຊັກໄບຊານ ແລະອາກເມນີ.

ແຫຼ່ງຄັດຈາກ: vovworld.vn