leftcenterrightdel
ພາບປະກອບຄັດຈາກ: kpl.gov.la.

ຕາມ​ຂ່າວ​ຈາກ​ອັງກິດ,​ ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ບໍຣີສ ຈອນ​ສັນ ນາຍົກລັດຖະມົ​ນຕີ​ອັງກິດ ປະກາດ​ແຜນ​ຍຸດ​ທະ​ສາດ 10 ຂໍ້ສຳລັບ​ການ​ປະຕິວັດອຸດສາຫະກຳ​ຂອງ​ອັງກິດ ​ໃຫ້​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມຫລາຍ​ຂຶ້ນໂດຍ​ການ​ປັບ​ປຽນ​ເສດຖະກິດ​ປະ​ເທດໃຫ້​ເປັນ​ສີຂຽວລວມ​ໄປ​ເຖິງ ຈະ​ຍົກ​ເລີກ​ການຈຳໜ່າຍ​ລົດ​ໃໝ່​ທີ່​ໃຊ້​ນ້ຳມັນກາ​ຊວນ ​ແລະແອັດ​ຊັງ ພາຍ​ໃນ​ປີ 2030 ​ແລະຈະ​ມີ​ມາດ​ຕະການ​ໃໝ່​ຕ່າງໆເພື່ອ​ໃຫ້ ​ອັງກິດ ​ເປັນ​ຜູ້ນຳ​ດ້ານ​ການ​ດັກ​ຈັບ ​ແລະ​ຈັດ​ເກັບ​ພາສີຄາບ​ອນ​ໄດ​ອ໋ອກ​ໄຊ​ ເພື່ອ​ລຸດການ​ປ່ອຍອອກ​ສູ່​ຊັນ​ບັນຍາກາດ. ອັງກິດ​ໄດ້​ຕັ້ງ​ເປົ້າງົບປະມານ ຈຳນວນ 12.000 ລ້ານ​ປອນ. ສຳລັບ​ແຜນ​ 10 ຂໍ້​ນີ້ຈະ​ສົ່ງ​ເສີມ​ການ​ຈ້າງ​ງານ 250.000 ຕຳ​ແໜ່​ງທີ່​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ອຸດສາຫະກຳ​ແຫ່ງ​ອະນາຄົດ​ທັງ​ໃນອັງກິດ ​ແລະທົ່ວ​ໂລກ.

ເນື້ອໃນ: ຂປລ