leftcenterrightdel
ທ່ານ Michel Barnier ຫົວໜ້າຄະນະເຈລະຈາຂອງສະຫະພາບເອີລົບ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນແຈ້ງການ, ທ່ານ Michel Barnier ຊີ້ແຈ້ງວ່າ, ສອງຄະນະເຈລະຈາຈະສືບຕໍ່ປະຕິບັດວຽກງານໃຫ້ຖືກຕ້ອງຕາມແຜນການທີ່ໄດ້ວາງອອກ. ທ່ານ David Frost, ຫົວໜ້າຄະນະເຈລະຈາອັງກິດ ກໍ່ໄດ້ຢັ້ງຢືນແຈ້ງການດັ່ງກ່າວໃນ Twitter ຂອງຕົນ.

ວັນດຽວກັນ, ທ່ານ Tytti Tuppurainen, ລັດຖະມົນຕີຜູ້ຮັບຜິດຊອບບັນດາບັນຫາເອີລົບ ຂອງແຟງລັງ ຖືວ່າ, ການເຈລະຈາລະຫວ່າງອີຢູ ແລະອັງກິດ ກ່ຽວກັບ Brexit ພວມຢູ່ໃນໄລຍະສຳຄັນ ແລະທັງສອງຝ່າຍຍັງສາມາດບັນລຸໄດ້ຂໍ້ຕົກລົງຮອບດ້ານ ແລະ ດຸ່ນດ່ຽງເຖິງວ່າມີຄວາມກົດດັນຈາກການກຳນົດເວລາຫຼາຍກໍ່ຕາມ.

ແຫຼ່ງຄັດຈາກ: vovworld.vn