leftcenterrightdel
ທ່ານ Paolo Gentiloni ກຳມະການຮັບຜິດຊອບດ້ານເສດຖະກິດຂອງສະຫະພາບເອີຣົບ (ພາບ:TTXVN)

ວັນທີ 18 ພະຈິກ, ທ່ານ Paolo Gentiloni ກຳມະການຮັບຜິດຊອບດ້ານເສດຖະກິດຂອງສະຫະພາບເອີຣົບ (ອີຢູ) ຮຽກຮ້ອງໃຫ້ບັນດາປະເທດສະມາຊິກສະໜັບສະໜູນແຜນງົບປະມານ ແລະບ້ວງເງິນຟື້ນຟູເສດຖະກິດ ລວມມູນຄ່າ 1.800 ຕື້ເອີໂຣ ເພື່ອແນໃສ່ໜູນຊ່ວຍບັນດາປະເທດສະມາຊິກທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19. ທ່ານ Paolo Gentiloni ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ພາຍຫຼັງທີ່ ຮຸງກາຣີ ແລະ ໂປໂລຍ ໄດ້ປະຕິເສດຕໍ່ແຜນງົບປະມານດັ່ງກ່າວ.

ກ່ອນໜ້ານັ້ນ, ທັງການນຳ ຮຸງກາຣີ ແລະ ໂປໂລຍ ລ້ວນແຕ່ຝາກຈົດໝາຍໄປຍັງ ເຢຍລະມັນ - ເຊິ່ງເປັນປະເທດປະທານໝູນວຽນ ອີຢູ  ພ້ອມດ້ວຍການນຳບັນດາປະເທດອື່ນຂອງ ອີຢູ, ໂດຍກ່າວເຕືອນວ່າຈະຢັບຢັ້ງແຜນງົບປະມານຂອງອີຢູ ຖ້າຫາກວ່າ ການປ່ອຍເງິນໃຫ້ບັນດາປະເທດສະມາຊິກໄດ້ກ່ຽວພັນກັບຂໍ້ກຳນົດປະຕິບັດຫຼັກການອຳນາດນິຕິບັນຍັດ. ວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ສະໂລວາເນຍ Janez Jansa ກໍໄດ້ສະແດງການສະໜັບສະໜູນຕໍ່ທັດສະນະດັ່ງກ່າວ.

ແຫຼ່ງຄັດຈາກ: vovworld.vn