leftcenterrightdel
ພາບປະກອບຄັດຈາກ: kpl.gov.la

ຕາມ​ຂ່າວ​ຈາກ​ ວໍ​ຊີງ​ຕັນ, ວັນ​ທີ 18​ ພະຈິກ​ນີ້, ສຳນັກງານ ອາຫານ ​ແລະ ຢາ ສ.ອາ​ເມ​ລິ​ກາ (FDA) ອະນຸມັດ​ໃຫ້​ໃຊ້ຊຸດ​ກວດ​ຫາ​ເຊື້ອ​ໂຄ​ວິດ-19 ດ້ວຍ​ຕົວ​ເອງ​ຢູ່​ເຮືອນ​ເປັນຄັ້ງທຳ​ອິດ ​ແລະ​ໃຫ້​ຜົນ​ກວດ​ໄວ້ຕາມ​ມາດ​ຕະການ​ຮັບ​ມື​ກັບ​ການ​ແຜ່​ລະບາດ​ໃນ​ຄັ້ງນີ້ ​ເປັນ​ຊຸດ​ກວດລູຊີຣາ ​ແບບ​ອໍ​ລອິນ​ວັນ (Lucira COVID-19 All-In-One Test Kit) ​ເປັນ​ຊຸດ​ກວດໂມ​ເລ​ກຸນ​ແບບ​ໃຊ້​ຄັ້ງດຽວ ​ເພື່ອ​ກວດ​ຫາເຊື້ອ​ພະຍາດ​ຢູ່​ເຮືອນ ​ໂດຍ​ໃຫ້​ບຸກຄະລາ​ກອນທາງ​ການ​ແພດ ​ເກັບ​ຕົວຢ່າງຈາກ​ພົງ​ດັງຂອງ​ຜູ້​ມີ​ອາຍຸ 14 ປີ​ຂຶ້ນ​ໄປ ທີ່​ຕ້ອງ​ສົງ​ໄສຕິດ​ເຊື້ອ ສ່ວນ​ຜູ້​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 14 ປີ ​ໃຫ້​ບຸກຄະລາ​ກອນທາງ​ການ​ແພດ ​ເກັບ​ຕົວຢ່າງ ໄດ້​ຕາມ​ຈຸດ​ກວດ ​ເທົ່າ​ນັ້ນ ​ເຊັ່ນ ​ໂຮງໝໍເອກະ​ຊົນ (ຄລີ​ນິກ), ​ໂຮງໝໍ ສູນ​ເບິ່ງ​ແຍງ​ສຸກ​ເສີນ, ຫ້ອງ​ສຸກ​ເສີນ.

ຂະນະ​ນີ້ ອະນຸຍາດໃຫ້​ໃຊ້​ຊຸດ​ກວດ​ນີ້ ​ໂດຍ​ຕ້ອງ​ມີ​ໃບ​ສັ່ງ​ແພດ​ເທົ່າ​ນັ້ນ. ສ່ວນ​ວີ​ທີ​ກວດ ​ເຮັດ​ໄດ້​ງ່າຍໆດ້ວຍ​ການ​ນຳ​ຕົວຢ່າງ ​ທີ່​ເກັບ​​ເອງຈາກພົງ​ດັງ ​ໄປ​ແກວ່ງໃນ​ຫລອດ​ແກ້ວ​ນ້ອຍໆ ​ແລ້ວ​ສຽບ​ເຂົ້າ​ໄປ​ໃນ​ຊຸດ​ກວດ ຈະ​ມີ​ໄຟ​ສະ​ແດງ​ຜົນພາຍ​ໃນ 30 ນາທີ​ວ່າ ຜົນ​ກວດເປັນ​ບວກ ຫລື ລົບ ຖ້າຫາກ​ເປັນບວກ ສະ​ແດງ​ວ່າ ມີ​ເຊື້ອ​ໂຄ​ວິດ-19.

ເນື້ອໃນ: ຂປລ