ບາດກ້າວກະໂດດຂັ້ນນີ້ຖືກດຳເນີນພາຍຫຼັງທ່ານ Michel Barnier ຫົວໜ້າຄະນະເຈລະຈາອີຢູ ໄດ້ໂອ້ລົມຜ່ານທາງໂທລະສັບກັບຄູ່ຕຳແໜ່ງຂອງຝ່າຍອັງກິດ ທ່ານ David Frost ແລະສອງຝ່າຍເຫັນດີເປັນເອກະພາບເຊື່ອມຕໍ່ບັນດາການເຈລະຈາໂດຍກົງ.

leftcenterrightdel
ທ່ານ Michel Barnier ຫົວໜ້າຄະນະເຈລະຈາອີຢູ. ພາບ: AFP.

ທ່ານ Michel Barnier ແລະທ່ານ David Frost ເຫັນດີຕໍ່ແຜນການເຊິ່ງລວມມີ 10 ຂໍ້ສຳລັບວິວັດການເຈລະຈາຢູ່ໄລຍະສຸດທ້າຍ, ເຊິ່ງຈະດຳເນີນກອງປະຊຸມນັບທັງຊຸມວັນທ້າຍອາທິດ ແລະສ້າງຕັ້ງອະນຸກຳມະການເລຂາຮ່ວມເພື່ອຮັບປະກັນວ່າຈະບັນລຸໄດ້ເນື້ອໃນທີ່ຈຸດສຸມ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 21 ຕຸລາ, ວົງການເຈົ້າໜ້າທີ່ສະຫະພາບເອີຣົບ (ອີຢູ) ໃຫ້ຮູ້ວ່າ ອັງກິດ ໄດ້ປະກາດຢ່າງເປັນທາງການກ່ຽວກັບເຈດຈຳນົງບໍ່ເຂົ້າຮ່ວມບັນດາພາລະກຳການທະຫານຂອງກຸ່ມໃນທ້າຍປີນີ້.

ແຫຼ່ງຄັດຈາກ: vovworld.vn