leftcenterrightdel
ພາບປະກອບ: New York Times

ພາຍຫຼັງຄຳຖະແຫຼງຂອງຝ່າຍລັດເຊຍ, ທ່ານນາງ Morgan Ortagus, ໂຄສົກກະຊວງການຕ່າງປະເທດອາເມລິກາ ໄດ້ຊົມເຊີຍການກະທຳຂອງລັດເຊຍ, ທ່ານນາງໄດ້ເນັ້ນໜັກວ່າ ອາເມລິກາ ພ້ອມແລ້ວທີ່ຈະພົບປະກັບບັນດາເຈົ້າໜ້າທີ່ລັດເຊຍ ເພື່ອສ້າງຂໍ້ຕົກລົງໃຫ້ສົມບູນແບບເພື່ອສາມາດພິສູດໄດ້, ພ້ອມທັງຫວັງວ່າ ລັດເຊຍ ຈະມອບສິດໃຫ້ບັນດານັກການທູດຂອງຕົນເພື່ອເຈລະຈາກ່ຽວກັບບັນຫານີ້.

ສົນທິສັນຍາ NEW START ໄດ້ລົງນາມເມື່ອປີ 2010 ແລະຈະໝົດຜົນສັກສິດໃນເດືອນກຸມພາ 2021. ນີ້ແມ່ນສົນທິສັນຍາສະບັບສຸດທ້າຍກຳນົດບັນດາສາງອາວຸດນິວເຄຼຍຍຸດທະສາດຂອງລັດເຊຍ ແລະອາເມລິກາ.

ແຫຼ່ງຄັດຈາກ: vovworld.vn