ບັນດາເນື້ອໃນຂອງການໂຕ້ວາທີ ຈະລວມມີການຮັບມືກັບໂລກລະບາດໂຄວິດ-19, ຄອບຄົວອາເມລິກາ, ເຊື້ອຊາດຜິວພັນຢູ່ ອາເມລິກາ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງແຫ່ງຊາດ ແລະການຊີ້ນຳນຳພາ.

leftcenterrightdel
ທ່ານ Donald Trump  ແລະ ທ່ານ Joe Biden. ພາບ: CNN່

ເຖິງຢ່າງໃດກໍ່ຕາມ, ວັນທີ 19 ຕຸລາ, ທ່ານ Bill Stipien, ຜູ້ຄຸ້ມຄອງບັ້ນຫາສຽງເລືອກຕັ້ງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຄົນປະຈຸບັນ ໄດ້ສົ່ງຈົດໝາຍຍື່ນສະເໜີຕໍ່ຄະນະກຳມະການໂຕ້ວາທີປະທານາທິບໍດີ ເພື່ອຄັດຄ້ານບັນດາຫົວເລື່ອງ ເຊິ່ງນັກຂ່າວຊ່ອງໂທລະພາບ NBC News, ເປັນຜູ້ປະສານການໂຕ້ວາທີໄດ້ຄັດເລືອກເອົາ. ຈົດໝາຍຂອງທ່ານ Stipien ຖືວ່າ: ຄະນະກຳມະການໂຕ້ວາທີປະທານາທິບໍດີ ຄວນສືບຕໍ່ມູນເຊື້ອທີ່ມີມາແຕ່ດົນນານ ນັ້ນແມ່ນຍົກອອກຫົວເລື່ອງນະໂຍບາຍການຕ່າງປະເທດເປັນຈຸດສຸມຂອງການໂຕ້ວາທີ ເຊິ່ງຈະດຳເນີນໃນວັນທີ 22 ຕຸລາ.

ກ່ຽວຂ້ອງເຖິງການເລືອກຕັ້ງປະມານາທິບໍດີ ອາເມລິກາ 2020, ປະຈຸບັນ ມີຊາວອາເມລິກາ ເກືອບ 30 ລ້ານຄົນ ໄດ້ໄປປ່ອນບັດກ່ອນກຳນົດເວລາ ໃນການເລືອກຕັ້ງປະທານາທິບໍດີ ເຊິ່ງຈະດຳເນີນໃນວັນທີ 3 ພະຈິກ ຈະມາເຖິງ, ນັ້ນແມ່ນສັນຍານສະແດງໃຫ້ເຫັນອັດຕາສ່ວນໄປປ່ອນບັດສູງລະດັບສະຖິຕິໃນປີ 2020.

ແຫຼ່ງຄັດຈາກ: vovworld.vn