leftcenterrightdel
ເຮືອນຊານຖືກເປ່ເພຍ້ອນການປະທະກັນຢູ່ເຂດຂັດແຍ້ງ Nagorno-Karabakh. ພາບ:AFP/Tສໍານັກຂ່າວສານຫວຽດນາມ.

ວັນທີ 17 ຕຸລາ ລັດຖະມົນຕີການຕ່າງປະເທດ ອາກເມເນຍ  ແລະ ໄອແຊກໄບຢານ ປະກາດວ່າ ຈະຖະແຫລງ “ຂໍ້ຕົກລົງຢຸດຍິງມະນຸດສະທຳ” ນັບແຕ່ເວລາ 0 ໂມງ ຂອງວັນທີ 18 ຕຸລາ ພາຍຫລັງປະທະກັນເກືອບ 3 ອາທິດ ທີ່ກ່ຽວຂ້ອງເຖິງເຂດຂັດແຍ້ງກັນ Nagorno-Karabakh. ນີ້ໄດ້ຮັບຖືວ່າແມ່ນຄວາມມານະພະຍາຍາມທີສອງຂອງບັນດາຝ່າຍກ່ຽວຂ້ອງເພື່ອແນໃສ່ຢຸດຕິບັນດາການເຄື່ອນໄຫວປະທະກັນຢູ່ເຂດນີ້ເຊິ່ງໄດ້ເຮັດໃຫ້ນັບຮ້ອຍໆຄົນຖືກເສຍຊີວິດໃນໄລຍະຜ່ານມາ.

ແຈ້ງການດັ່ງກ່າວໄດ້ຍົກອອກມາພາຍຫລັງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໂອ້ລົມທາງໂທລະສັບກັບຄູ່ຕຳແຫນ່ງ ອາກເມເນຍ  ແລະ ໄອແຊກໄບຢານ, ໃນນັ້ນ ທ່ານເນັ້ນຫນັກວ່າ “ຈຳເປັນຕ້ອງຮັກສາຢ່າງເຂັ້ມງວດ “ຂໍ້ຕົກລົງຢຸດຍິງໂດຍໄດ້ຮັບຄວາມເຫັນດີຢູ່ນະຄອນຫລວງ ມົດສະກູ ກ່ອນນີ້”.

ແຫຼ່ງຄັດຈາກ: vovworld.vn