leftcenterrightdel
ການແຫ່ຂະບວນປະທ້ວງທີ່ພວມເກີດຂຶ້ນຢູ່ທ້ອງຖະໜົນ

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ໄທ ໄດ້ຕົກລົງປະກາດສະພາວະສຸກເສີນລະດັບຮ້າຍແຮງຢູ່ນະຄອນຫລວງ ບາງກອກ, ເຊິ່ງມີຜົນສັກສິດແຕ່ເວລາ 4 ໂມງເຊົ້າຂອງວັນທີ 15 ຕຸລາ ເປັນຕົ້ນໄປ. ຕາມການກຳນົດຂອງກົດໝາຍໄທແລ້ວ, ທ່ານນາຍົກລັດຖະມົນຕີ ຕ້ອງຍື່ນສະເໜີຕໍ່ຄະນະລັດຖະບານຮັບຮອງເອົາ ພາຍຫລັງບໍ່ເກີນ 3 ວັນນັບແຕ່ມື້ປະກາດ. ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ ກໍ່ຢືນຢັນວ່າ ລັດຖະບານຂອງທ່ານ ຈະບໍ່ລາອອກຈາກຕຳແໜ່ງ ແລະອາດຈະພິຈາລະນາການຈັດວາງຄຳສັ່ງສະພາວະສຸກເສີນ ຖ້າບັນດາການແຫ່ຂະບວນປະທ້ວງປີນຂັ້ນໄດໄປກວ່າອີກ ເຖິງຢ່າງໃດກໍ່ຕາມ ທ່ານຖືວ່າ ຍັງບໍ່ທັນເຖິງຂັ້ນຕ້ອງຈັດວາງກົດໄອຍະການເສິກເທື່ອ.

ບັນດາການແຫ່ຂະບວນປະທ້ວງຢູ່ ໄທ ໄດ້ປີນຂັ້ນໄດໃນ 3 ເດືອນ ຜ່ານມາ ແລະຍັງບໍ່ທັນມີສັນຍານຢຸດຕິລົງເທື່ອ ໂດຍບໍ່ຫົວຊາຕໍ່ລັດຖະດຳລັດກ່ຽວກັບສະພາວະສຸກເສີນລະດັບຮ້າຍແຮງທີ່ພວມປະກາດໃຊ້ໃນປະຈຸບັນ.

ແຫຼ່ງຄັດຈາກ: vovworld.vn