ບັນດາຜູ້ລາຍງານ ສະແດງຄວາມວິຕົກກັງວົນຕໍ່ການປະທະກັນດ້ານການທະຫານທີ່ພວມປີ້ນຂັ້ນໄດໃນຊຸມວັນຜ່ານມາຢູ່ Hudaydah, ເຊິ່ງເປັນນະຄອນແຫ່ງທ່າເຮືອທີ່ສໍາຄັນຂອງເຢແມນ, ເຮັດໃຫ້ຫຼາຍຄົນເສຍຊີວິດ ແລະຖືກບາດເຈັບ, ໃນນັ້ນມີສາມັນຊົນ, ແມ່ຍິງ ແລະເດັກນ້ອຍ; ຮຽກຮ້ອງບັນດາຝ່າຍເຄົາລົບຄໍາສັ່ງຢຸດຍິງ ແລະປະຕິບັດບັນດາຂໍ້ຕົກລົງ Stockholm ແລະ Ryiadh ຢ່າງເຂັ້ມງວດ.

leftcenterrightdel
ທ່ານນາງ ຫງວຽນເຟືອງຈາ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຕາມຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈາ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຊົມເຊີຍເລື່ອງບັນດາຝ່າຍກ່ຽວຂ້ອງຢູ່ເຢແມນ ໄດ້ປະຕິບັດການສົ່ງຄືນບຸກຄົນທີ່ກັກຂັງ, ຖືນີ້ແມ່ນບາດກ້າວທີ່ສໍາຄັນປະກອບສ່ວນປະຕິບັດຂໍ້ຕົກລົງ Stockholm. ຜູ້ຕາງໜ້າຫວຽດນາມ ຮຽກຮ້ອງບັນດາຝ່າຍຢຸດຕິການປະທະກັນ, ດໍາເນີນການເຈລະຈາສັນຕິພາບຄືນໃໝ່ ແລະປະຕິບັດບັນດາຂໍ້ຕົກລົງ Stockholm ແລະ Ryiadh ຢ່າງເຂັ້ມງວດ. ຜູ້ຕາງໜ້າຫວຽດນາມ ກໍຢໍ້າຄືນການສະໜັບສະໜູນເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງເຢແມນ.

ໂດຍ: ກວຽດເຕິມ