ບັນດາການນຳຂອງ 27 ປະເທດສະມາຊິກອີຢູ ໄດ້ສະແດງຄວາມປະເອີບໃຈຢ່າງລະມັດລະວັງເມື່ອເຂົ້າຮ່ວມກອງປະຊຸມສຸດຍອດຢູ່ບຣຸກແຊນ. ແຕ່ໃນເອກະສານສະຫຼຸບກອງປະຊຸມ, ເຂົາເຈົ້າໄດ້ກະຕຸກຊຸກຍູ້ໃຫ້ອີຢູ ແລະບັນດາປະເທດສະມາຊິກຈົ່ງກະກຽມໃຫ້ແຜນການ ອັງກິດ ຖອນຕົວອອກຈາກອີຢູ ແບບບໍ່ມີຂໍ້ຕົກລົງ.

leftcenterrightdel
ກອງປະຊຸມສຸດຍອດອີຢູ. ພາບ: AFP

ໃນສານທີ່ໄດ້ເອົາລົງໃນສື່ສັງຄົມ Twitter, ທ່ານຫົວໜ້າຄະນະເຈລະຈາອັງກິດ David Frost ໃຫ້ຮູ້ວ່າ, ທ່ານຜິດຫວັງກ່ຽວກັບບັນດາຂໍ້ສະຫຼຸບຂອງກອງປະຊຸມສຸດຍອດ ແລະທ່ານເຂົ້າໃຈວ່າ ອີຢູ ບໍ່ຮັກສາຄຳໝັ້ນສັນຍາເພີ່ມທະວີການເຈລະຈາເພື່ອໄປເຖິງການພົວພັນຄູ່ຮ່ວມມືໃນອະນາຄົດຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາ. ຕາມທ່ານແລ້ວ, ເລື່ອງ ອີຢູ ເວົ້າວ່າ ອັງກິດ ພຽງຜ່ອນຜັນແມ່ນ “ວິທີສຳຜັດຜິດປົກກະຕິ” ແລະທ່ານນາຍົກລັດຖະມົນຕີອັງກິດ Borris Johnson ຈະຕົກລົງກ່ຽວກັບບາດກ້າວເດີນຕໍ່ໄປໃນວັນທີ 16 ຕຸລາ.

ແຫຼ່ງຄັດຈາກ: vovworld.vn